ອັດ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

Chia sẻ
(VOVWORLD) -ພາຍຫຼັງເຮັດວຽກມາເປັນເວລາ 7 ວັນ, ຕອນເຊົ້າວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ອັດລົງຢ່າງສົມກຽດຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງ ຜູ້ແທນ 1587 ສະຫາຍ, ບັນດານັກປະຕິວັດອາວຸໂສ, ແມ່ຫວຽດນາມ ວິລະຊົນ…ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກິມເງິນປະທານສະພາແຫ່ງຊາດ.
ອັດ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ  ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VGP)

 ຂຶ້ນຕົ້ນວາລະອັດກອງປະຊຸມໃຫຍ່, ທ່ານນາງ ຫງວຽນແທັງຫ໋າຍ ກຳມະການຄະນະເລຂາໄດ້ປະກາດບັນຊີລາຍຊື່ 71 ພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ ເຊິ່ງ ໄດ້ສືບຕໍ່ສົ່ງສານອວຍພອນໄປຍັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.

ຖັດຈາກນັ້ນ, ທ່ານ ທ້ວນຫຶວ, ກຳມະການຄະນະເລຂາ ໄດ້ລາຍງານໝາກຜົນຂອງການລົງ ມະຕິບາງບັນຫາໃນບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ໃນນັ້ນມີຫົວຂໍ້ຂອງກອງປະຊຸມໃຫຍ່, ເປົ້າໝາຍສັງລວມໃນການພັດທະນາປະເທດຊາດ.

ກ່າວຄຳເຫັນພາຍຫຼັງທີ່ສະມາຊິກ 200 ສະຫາຍ ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 13 ໄດ້ຮັບການປະກາດ ຢູ່ ກອງປະຊຸມໃຫຍ່, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ:  

ພວກເຂົ້າພະເຈົ້າຂໍປະຕິຍານ ຕໍ່ກອງປະຊຸມໃຫຍ່, ຕໍໍ່ທົ່ວພັກ, ຕໍ່ປວງຊົນທຸກຖ້ວນໜ້າ ແລະ ທົ່ວກອງທັບ ຄະນະບໍລິຫານງານສູນການພັກຊຸດທີ 13 ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ອອກເຫື່ອເທແຮງ, ພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອປະຕິບັດສຳເລັດໜ້າທີ່, ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງພາລະກິດປະຕິວັດໃນໄລຍະໃໝ່. ຍາມໃດພວກຂ້າພະເຈົ້າກໍ່ຖືວ່າ ຄວາມເປັນກຽດຍາມໃດກໍ່ຕ້ອງໄປຄຽງຄູ່ກັບ ຄວາມຮັບຜິດຊອບ, ຄວາມເປັນກຽດຍິ່ງສູງຄວາມຮັບຜິດຊອບກໍ່ຍິ່ງໃຫຍ່ຫຼວງ

        ແລະກໍ່ໃນວາລະອັດກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ລົງມະຕິີຮັບຮອງເອົາມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ໃນນັ້ນ ໄດ້ຢັ້ງຢືນວ່າ ຄຸນນະທາດຂອງພັກກອມມູນິດຫວຽດນາມ ສືບຕໍ່ແມ່ນຄັນທຸງແຫ່ງແນວຄິດ, ຄັນທຸງແຫ່ງ ການຕໍ່ສູ້, ຄັນທຸງທີ່ເຕົ້າໂຮມກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອປະເທດຫວຽດນາມ “ເຂັ້ມແຂງ, ປະຊາຊົນຮັງມີ, ປະຊາທິປະໄຈ, ຍຸຕິທຳ, ສີວິໄລ”.

ຕອບກັບ