ອັດກອງ​ປະ​ຊຸມ​ສຳ​ມ​ະ​ນາ​ທິດ​ສະ​ດີ ຄັ້ງ​ທີ X ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ

Chia sẻ
(VOVWORLD) - ໃນໄລຍະເກືອບ 40 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ, ຫວຽດນາມ ແລະ ລາວບັນລຸໄດ້ບັນດາຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ.
ອັດກອງ​ປະ​ຊຸມ​ສຳ​ມ​ະ​ນາ​ທິດ​ສະ​ດີ ຄັ້ງ​ທີ X ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ - ảnh 1ກອງປະຊຸມສຳມະນາທິດສະດີ ຄັ້ງທີ X (ພາບ: nhandan.vn)

ກອງປະຊຸມສຳມະນາທິດສະດີຄັ້ງທີ X ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ດ້ວຍຫົວຂໍ້ “ພັດທະນາວັດທະນະທຳ, ມະນຸດໃນວິວັດການພັດທະນາປະເທດຊາດ ຕາມການກຳນົດທິດສັງຄົມນິຍົມ - ບົດຮຽນປະສົບການຂອງ ຫວຽດນາມ, ບົດຮຽນປະສົບການຂອງລາວ” ໄດ້ອັດລົງໃນວັນທີ 20 ທັນວາ ຢູ່ແຂວງ ກວາງນິງ.

ຢູ່ບັນດາວາລະປຶກສາຫາລື, ບັນດາການນຳ, ນັກທິດສະດີ, ນັກວິທະຍາສາດ ຂອງສອງພັກໄດ້ສະເໜີບົດລາຍງານປຶກສາຫາລື 10 ສະບັບ ໂດຍສຸມໃສ່ບັນດາບັນຫາຫຼັກແຫຼ່ງ, ສຳຄັນທີ່ສຸດຂອງວຽກງານພັດທະນາວັດທະນະທຳ ແລະ ມະນຸດ ຢູ່ ຫວຽດນາມ ແລະ ລາວ ຄືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການພັດທະນາຕາມທິດສັງຄົມນິຍົມ, ສ້າງ ແລະ ພັດທະນາມະນຸດຢ່າງຮອບດ້ານ, ສ້າງລະບົບຄຸນຄ່າມະນຸດ ແລະ ວັດທະນະທຳ ຫວຽດນາມ, ວັດທະນະທຳຕິດພັນກັບການພັດທະນາເສດຖະກິດຢູ່ ລາວ… ສອງຝ່າຍຢັ້ງຢືນວ່າ, ໃນໄລຍະເກືອບ 40 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ, ຫວຽດນາມ ແລະ ລາວບັນລຸໄດ້ບັນດາຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ. ບັນດາຜົນສຳເລັດນັ້ນ ໄດ້ພິສູດໃຫ້ແນວທາງການປ່ຽນແປງໃໝ່ທີ່ຖືກຕ້ອງ, ເສັ້ນທາງກ້າວໄປສູ່ສັງຄົມນິຍົມ ແມ່ນເໝາະສົມກັບກົດເກນພາວະວິໄສ ແລະ ພຶດຕິກຳຕົວຈິງຢູ່ ຫວຽດນາມ ແລະ ລາວ, ເໝາະສົມກັບທ່າອ່ຽງຂອງຍຸກສະໄໝ.

ຕອບກັບ