ອັດກອງປະຊຸມຄັ້ງທີ10ຄະນະບໍລິຫານງານສູນກາງພັກຊຸດທີ11

Chia sẻ
ວັນ​ທີ 12/1, ແມ່ນ​ວັນ​ເຮັດ​ວຽກ​ທີ 8 ແລະ ກໍ່​ແມ່ນມື້​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫ​ວຽດ​ນາມ ຊຸດ​ທີ 11.
ອັດກອງປະຊຸມຄັ້ງທີ10ຄະນະບໍລິຫານງານສູນກາງພັກຊຸດທີ11 - ảnh 1
ອັດກອງປະຊຸມຄັ້ງທີ10ຄະນະບໍລິຫານງານສູນກາງພັກຊຸດທີ11

(vovworld) –ຕອນ​ເຊົ້າ​ວັນ​ທີ 12/1 , ຢູ່​ຮ່າ​ໂນ້ຍ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກໄດ້​ເຮັດ​ວຽກ​ຢູ່​ໜ່ວຍ, ປຶກ​ສາ​ຫາ​ລື​ບົດ​ລາຍ​ງານ​ສຳຫຼວດກວດ​ຄືນ​ການ​ຊີ້​ນຳ​ນຳ​ພາ​ຂອງ​ກົມ​ການ​ເ​ມືອງ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ປີ 2014. ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກເຮັດ​ວຽກ​ຢູ່​ຫໍ​ປະ​ຊຸມ. ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກໄດ້​ດຳ​ເນີນ​ການ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ຕາມ​ການ​ກຳ​ນົດ.ທ່ານ​ເຈືອງ​ເຕີ້ນ​ຊ​າງ ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ປະ​ເທດ​ເປັນ​ຜູ້​ບໍ​ລິ​ຫານ​ວາ​ລະ​ອັດ​ກອງ​ປະ​ຊຸມ.

  ທ່ານ​ດິງ​ເທ​ຮິງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ​, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ​ໄດ້​ຂຶ້ນ​ອ່ານ​ບົດ​ລາຍ​ງານ​ອະ​ພິ​ປາຍ​ຂອງ​ກົມ​ການ​ເມືອງກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານ​ການ​ເມ​ືອງ​ຂອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກຊຸດ​ທີ່ 11 ທີ່​ຍືນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຜູ້ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ທ່ານ​ ຫງວຽນ​ເຕີ້ນ​ຢຸງ ກຳ​ມະ​ການ​ກົມ​ການ​ເມືອງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຂຶ້ນ​ອ່ານ​ບົດ​ລາຍ​ງານ​ອະ​ພິ​ປາຍ​ຂອງ​ກົມ​ການ​ເມືອງກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ່​ເສດ​ຖະ​ກິດ​ສັງ​ຄົມ ໄລ​ຍະ 5 ປີ 2011-2015 ແລະ ທິດ​ທາງ​ໜ້າ​ທີ່ພັດ​ທະ​ນາ່​ເສດ​ຖະ​ກິດ​ສັງ​ຄົມ ໄລ​ຍະ 5 ປີ 2016-2020 ທີ່​ຍືນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຜູ້ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ…. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງໄດ້​ກ່າວອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ່ 11 . 

ກ່ອນ​ໜ້ານັ້ນ, ໃນ 7 ວັນ​ດຳ​ເນີນກອງ​ປະ​ຊຸມ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຮັບ​ຟັງ ແລະ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ບ​ັນ​ດາ​ເອ​ກະ​ສານ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງພັກ, ກ່ອນ​ທີ່​ຍົກ​ອອກ​ມາ​ຮັບ​ເອົາ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມ​ໃຫຍ່​ທຸກ​ຂັ້ນ ແລະ ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກໍ່​ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ສະ​ຫລຸບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ (1986 – 2016), ບົດ​ລາຍ​ງານ​ສະ​ຫລຸບ​ການ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຂອງ​ພັກ, ບົດ​ລາຍ​ງານກວດ​ກາ​ຂອງ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ ແລະ ປະ​ກອບ​ຄຳ​ເຫັນ​ກ່ຽວກ​ັບ​ເລື່ອງ​ສືບ​ຕໍ່​ສ້າງ​ແຜນກຳ​ນົດພະ​ນັກ​ງານ​​ຂັ້ນຍຸດ​ທະ​ສາດ, ແນະ​ນຳແຫ່ງ​ເພີ່​ມ​ເຕີມ​ແຜນ​​ກຳ​ນົດ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ອາ​ຍຸ​ການ 2016 – 2021 ແລະ ບັນ​ດາ​ອາ​ຍຸ​ການ​ຕໍ່​ໄປ. ໃນ​ຊຸມ​ວັນ​ເຮັດ​ວຽກ​ຜ່ານ​ມາ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ ໄດ້​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳ​ລັບ​ກຳ​ມະ​ການ​ກົມ​ການ​ເມືອງ ແລະ ກຳ​ມະ​ການ​ຄະ​ນະ​ເລ​ຂາ ແລະ ປຶກ​ສາ​ຫາ​ລື​ບາງ​ບັນ​ຫາ​ສຳ​ຄັນ​ອື່ນໆ​ອີກ.