ອັງ​ກິດ​ບໍ່​ຕໍ່​ກຳ​ນົດ​ເວ​ລາ ​ໄລ​ຍະ​ຂ້າມ​ຜ່ານ​ ຫຼັງ Brexit ຢ່າງ​ເ​ດັດ​ຂາ​ດ

Chia sẻ
(VOVWORLD) -ອັງກິດຈະຢຸດຕິໄລຍະຂ້າມຜ່ານ ພາຍຫຼັງຖອນປະເທດອອກຈາກສະຫະພາບ ເອີລົບ (EU) ໃນວັນທີ 31 ທັນວາຈະມາເຖິງ. 
ອັງ​ກິດ​ບໍ່​ຕໍ່​ກຳ​ນົດ​ເວ​ລາ ​ໄລ​ຍະ​ຂ້າມ​ຜ່ານ​ ຫຼັງ Brexit ຢ່າງ​ເ​ດັດ​ຂາ​ດ - ảnh 1 ທ່ານນາຍົກລັດຖະມນຕີ ອັງກິດ Boris Johson (ພາບ: TTXVN)

ນີ້ແມ່ນຄຳຢັ້ງຢືນໂດຍໂຄສົກຂອງທ່ານນາຍົກລັດຖະມນຕີ ອັງກິດ Boris Johson ຍົກອອກມາເມື່ອວັນທີ 21 ທັນວາ ພາຍຫຼັງທ່ານ ຂ້າຫຼວງໃຫຍ່ Scotland ໄດ້ຮຽກຮ້ອງຕໍ່ກຳນົດເວລາ ຂ້າມຜ່ານ ຍ້ອນເຊື້ອໄວຣັດ SARS-CoV-2 ສາຍພັນໃໝ່ພວມເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ກ່າວຄຳເຫັນຕໍ່ບັນດານັກຂ່າວ, ໂຄສົກຂອງທ່ານນາຍົກລັດຖະມົນຕີ ອັງກິດ Johson ໄດ້ຢັ້ງຢືນວ່າ ທຸກໆຂໍ້ຕົກລົງສອງຝ່າຍ ຖ້າບັນລຸໄດ້ລ້ວນແຕ່ຕ້ອງໄດ້ຮັບການຮັບຮອງເອົາກ່ອນວັນທີ 1 ມັງກອນ ປີ 2021, ໝາຍຄວາມວ່າ ເວລາທີ່ຍັງເຫຼືອແມ່ນໜ້ອຍທີ່ສຸດ ແລະ ຖັນແຖວເຈລະຈາຂອງລັດຖະບານອັງກິດພວມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອເປົ້າໝາຍນີ້.

ຕອບກັບ