ຫົວໜ້າພະແນກ ສກຂ ຊຽງຂວາງ ເຄື່ອນໄຫວເຮັດວຽກ ຢູ່ 03 ສະຖາບັນການສຶກສາຂອງແຂວງຮ່າຕິ້ງ ສສ ຫວຽດນາມ

Chia sẻ
(VOVWORLD) -ວັນທີ 23 ເມສາ 2019 ນີ້ ທ່ານ ບົວລີ ພັນນາວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ(ສກຂ) ຊຽງຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງເຖິງແຂວງຮ່າຕິ້ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(ສສ. ຫວຽດນາມ) ເພື່ອເຄື່ອນໄຫວເຮັດວຽກນໍາ 03 ສະຖາບັນການສຶກສາຂອງແຂວງຮ່າຕິ້ງ ສສ ຫວຽດນາມ ຄື: ມະຫາວິທະຍາໄລຮ່າຕິ້ງ, ວິທະຍາໄລການແພດຮ່າຕິ້ງ ແລະ ວິທະຍາໄລ ວິຊາຊີບ ຫວຽດດຶກ ຮ່າຕິ້ງ, ໂດຍໄດ້ຮັບການຕ້ອນຮັບຈາກຄະນະນໍາທັງ 3 ສະຖາບັນການສຶກສາ ດ້ວຍຄວາມອົບອຸ່ນ.

`

ຫົວໜ້າພະແນກ ສກຂ ຊຽງຂວາງ ເຄື່ອນໄຫວເຮັດວຽກ ຢູ່ 03 ສະຖາບັນການສຶກສາຂອງແຂວງຮ່າຕິ້ງ ສສ ຫວຽດນາມ - ảnh 1                                ທີ່ການເຮັດວຽກ

ຫົວໜ້າພະແນກ (ສກຂ) ຊຽງຂວາງ ໄດ້ເຂົ້າພົບປະກັບຄະນະນໍາຂອງ 03 ສະຖາບັນການສຶກສາ ແລະ ຜູ້ຕາງໜ້ານັກສຶກສາ ແຂວງຊຽງຂວາງ ເພື່ອຮັບຟັງການລາຍງານສະພາບການເຄື່ອນໄຫວໂດຍຫຍໍ້ຂອງນັກສຶກສາແຂວງຊຽງຂວາງ ຢູ່ສະຖານການສຶກສາທັງ 03 ແຫ່ງ, ບໍ່ວ່າຈະເປັນດ້ານການສຶກສາຮໍ່າຮຽນ, ການປະພຶດຕ່າງໆຂອງນັກສຶກສາ, ການກິນຢູ່ພັກເຊົາ ແລະ ການເຄື່ອນໄຫວພາຍໃນ ແລະ ນອກໂຮງຮຽນ, ຫຼັງຈາກນັ້ນຈະໄດ້ສັງລວມຂໍ້ມູນຕ່າງໆທີ່ເກີດຂຶ້ນ ລວມທັງຈຸດດີ ແລະ ຈຸດຄົງຄ້າງເພື່ອຊອກຫາທິດທາງວາງແຜນປັບປຸງແກ້ໄຂໃນຕໍ່ໜ້າໃນການບໍລິຫານຄຸ້ມຄອງນັກສຶກສາແຂວງຊຽງຂວາງໃນຂັ້ນຕໍ່ໄປໃຫ້ດີຂຶ້ນ,ເພື່ອຊ່ວຍຊຸກຍູ້ໃຫ້ເຂົາເຈົ້າໃນການສຶກສາຮໍ່າຮຽນ ຮຽນໃຫ້ຈົບ, ພ້ອມດຽວກັນນັ້ນ ທ່ານຫົວໜ້າພະແນກ (ສກຂ) ຊຽງຂວາງ ຍັງໄດ້ຮ່ວມກັບ 03 ສະຖາບັນການສຶກສາເພື່ອທົບທວນຄືນກ່ຽວກັບບົດບັນທຶກຄວາມເຂົ້າໃຈໃນການພົວພັນຮ່ວມມືລະຫວ່າງ ແຂວງຊຽງຂວາງ ກັບ ມະຫາວິທະຍາໄລຮ່າຕິ້ງ, ວິທະຍາໄລການແພດຮ່າຕິ້ງ ແລະ ວິທະຍາໄລ ວິຊາຊີບ ຫວຽດດຶກ ຮ່າຕິ້ງ, ປຶກສາຫາລືເຖິງບາງເນື້ອໃນທີ່ໄດ້ຕົກລົງກັນ, ມີຈຸດໃດທີ່ຄວນຈະໄດ້ປັບປຸງແກ້ໄຂຕື່ມອີກ, ທັ້ງນີ້ກໍເພື່ອແນໃສ່ເຮັດໃຫ້ຄວາມສໍາພັນ ແລະ ການຮ່ວມມືລະຫວ່າງ ພະແນກ (ສກຂ) ຊຽງຊວາງ ກັບ 03 ສະຖາບັນການສຶກສາ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ແນໃສ່ພ້ອມກັນຊ່ວຍຊຸກຍູ້ກໍ່ສ້າງນັກສຶກສາແຂວງ ຊຽງຂວາງ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ. ການປະຕິບັດພາລະກິດຂອງຫົວໜ້າພະແນກ ສກຂ ຊຽງຂວາງ ຢູ່ 03 ສະຖາບັນການສຶກສາຂອງແຂວງຮ່າຕິ້ງຄັ້ງນີ້ ຈະໃຊ້ເວລາທັງໝົດ 02 ວັນ ຈິ່ງຈະສໍາເລັດ.

ຕາມ ວສລ 

 

ຕອບກັບ