ຫວຽດນາມ-ໂປໂລຍເພີ່ມທະວີການຮ່ວມມືດ້ານການຄ້າແລະການລົງທຶນ

Chia sẻ
(vovworld) – ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ​ຕະຫຼາດ​ມີ​ຄວາມ​ສາມາດ​ບົ່ນຊ້ອນ​ສຳລັບ​ການ​ລົງທຶນ ​ແລະ ການຂຸດ​ຄົ້ນ ​ແລະ ຫວຽດນາ​ມ ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ບົ່ນຊ້ອນ​ອັນ​​ໃຫຍ່​ຫຼວງຢູ່ພາກພື້ນ​ນີ້.
ຫວຽດນາມ-ໂປໂລຍເພີ່ມທະວີການຮ່ວມມືດ້ານການຄ້າແລະການລົງທຶນ - ảnh 1
(ພາບປະກອບ)

(vovworld) – ​ໃນ​ການ​ຢ້ຽມຢາມ ​ຫວຽດນາມ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ເສດຖະກິດ​ ໂປ​ໂລ​ຍ Grazyna Henclewska ​ໄດ້ສະ​​ແດງ​ຄວາມ​ມຸ່ງ​ຫວັງ​ຈະ​ສືບ​ຕໍ່ຍູ້​ແຮງ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຄື: ບໍ່​ແຮ່, ອາຫານ, ​ເຕັກ​ໂນ​ໂລ​ຊີ​ຂຽວ, ເຕັກ​ໂນ​ໂລ​ຊີລະດັບ​ສູງ ​ແລະ ທາດ​ເຄມີ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ Grazyna Henclewska ​ໃຫ້ຮູ້​ວ່າ; ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ​ຕະຫຼາດ​ມີ​ຄວາມ​ສາມາດ​ບົ່ນຊ້ອນ​ສຳລັບ​ການ​ລົງທຶນ ​ແລະ ການຂຸດ​ຄົ້ນ ​ແລະ ຫວຽດນາ​ມ ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ບົ່ນຊ້ອນ​ອັນ​​ໃຫຍ່​ຫຼວງຢູ່ພາກພື້ນ​ນີ້. ວັນ​ທີ 14/4 ຢູ່​ຮ່າ​ໂນ້ຍ, ກະຊວງ​ເສດຖະກິດ ​ໂປໂລ​ຍ ສົມທົບ​ກັບ​ສະຖານທູດ ​ໂບ​ໂລ​ຍ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາລະ​ໂອກາດ​ການ​ຮ່ວມ​ມື​ລົງທຶນ​ໃຫ້​ວິ​ສາ​ຫະກິດ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂປ​ໂລ​ຍ ປະຈຳ ຫວຽດນາມ Barbra Szymanowska ​ໃຫ້​ຮູ້​ວ່າ; ​ໃນ​ຊຸມ​ປີທີ່ຜ່ານ​ມາ ຫວຽດນາມ - ​ໂປ​ໂລ​ຍ ຮ່ວມ​ມືຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ດ້າ​ນ ເສດຖະກິດ. ຮອງ​ຫົວໜ້າ​ກົມ​ຕະຫຼາດ​​ເອີລົບ ກະຊວງ​ອຸດສາຫະກຳ ທ່ານ​ເຢືອງຮ່ວາງ​ມິນ ​ໃຫ້​ຮູ້​ວ່າ ສັນຍາ​ການ​ຄ້າເສລີ​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ​ເອີລົບ ຄາດ​ວ່າ​ ຈະ​ໄດ້​ລົງ​ນາມ​ໃນ​ໄລຍະ​ຈະ​ມາ​ເຖິງ, ສ້າງ​ກາລະ​ໂອ​ກາດສະ​ດ້ວກ​ໃຫ້​ວິ​ສາ​ຫະກິດ​ລະຫວ່າງ 2 ປະ​ເທດຕື່ມ​ອີກ. ​ໃນ​ໄລຍະທີ່​ຈະ​ມາ​ເຖິງນີ້, ລັດຖະບານທັງ​ 2 ປະ​ເທດຈະ​ສ້າງ​ຕັ້ງ​ຄະນະ​​ກຳ​ມາ​ທິ​ການລະຫວ່າງ​ລັດຖະບານ​ເພື່ອ​ສົມທົບ, ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ ເຊິ່ງ 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່ນຊ້ອມ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທີ່ຍັງ​ຄົງ​ຄ້າງ​ໃນ​ການ​ຮ່ວມ​ມື 2 ຝ່າຍ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ.