ຫວຽດນາມເຂົ້າຮ່ວມງານວາງສະແດງສະບຽງອາຫານ ມີຄຸນນະພາບສູງຂອງ ອາຊີ ຢູ່ສິງກະໂປ

Chia sẻ
(VOVWORLD) -ເຂົ້າສານຂອງຫວຽດນາມ ດ້ວຍບັນດາຈຸດພິເສດທີ່ພົ້ນເດ່ັນຄື ເມັດງາມ, ອ່ອນນຸ້ມ ແລະ ຫອມດີ ໄດ້ເຮັດໃຫ້ຜູ້ບໍລິໂພກ ສິງກະໂປ ຍອມຮັບເທື່ອລະກ້າວ.
ຫວຽດນາມເຂົ້າຮ່ວມງານວາງສະແດງສະບຽງອາຫານ ມີຄຸນນະພາບສູງຂອງ ອາຊີ ຢູ່ສິງກະໂປ - ảnh 1(ພາບປະກອບ: Honeycombers Singapore)

ງານວາງສະແດງທະບຽງອາຫານມີຄຸນນະພາບສູງຂອງ ອາຊີ ປີ 2018 (SFFA 2018) ໄດ້ໄຂຂຶ້ນໃນວັນທີ 17 ກໍລະກົດຢູ່ສິງກະໂປ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າວິສາຫະກິດ ເກືອບ 200 ແຫ່ງ ທີ່ມາຈາກ 20 ປະເທດ ແລະ ເຂດແຄວ້ນໃນໂລກ. ວິສາຫະກິດຈໍານວນໜຶ່ງ ທີ່ດໍາເນີນທຸລະກິດສະເພາະກ່ຽວກັບເຂົ້າສານ, ກາເຟ ແລະເຄື່ອງປຸງແຕ່ງຂອງຫວຽດນາມ ກໍໄດ້ເຂົ້າຮ່ວມວາງສະແດງ ແລະ ໂຄສະນາຜະລິດຕະພັນຂອງຕົນຢູ່ງານວາງສະແດງ.

        ເມື່ອແລກປ່ຽນກັບນັກຂ່າວສໍານັກຂ່າວສານຫວຽດນາມ, ທ່່ານ David Kwok, ພະນັກງານຄຸ້ມຄອງດໍາເນີນທຸລະກິດຂອງບໍລິສັດເຂົ້າສານ ກໍໄມ ຂອງຫວຽດນາມ ປະຈໍາສິງກະໂປ ໃຫ້ຮູ້ວ່າ: ເຂົ້າສານຂອງຫວຽດນາມ ດ້ວຍບັນດາຈຸດພິເສດທີ່ພົ້ນເດ່ັນຄື ເມັດງາມ, ອ່ອນນຸ້ມ ແລະ ຫອມດີ ໄດ້ເຮັດໃຫ້ຜູ້ບໍລິໂພກ ສິງກະໂປ ຍອມຮັບເທື່ອລະກ້າວ. ຕາມນັ້ນແລ້ວ, ປະລິມານເຂົ້າສານນໍາເຂົ້າຈາກ ຫວຽດນາມ ຂອງບໍລິສັດ ກໍໄມ ກໍໄດ້ເພີ່ມຂຶ້ນທົບ 03 ເທື່ອ ເມື່ອທຽບໃສ່ກັບຈຸດເວລາ 02 ປີກ່ອນນີ້. ທ່ານ David Kwok ກໍໃຫ້ຮູ້ຕື່ມອີກວ່າ ບໍລິສັດມາເຂົ້າຮ່ວມງານວາງສະແດງ ຈະສືບຕໍ່ນໍາເອົາເຂົ້າສານຫວຽດນາມ ໄປແນະນໍາຢູ່ບາງງານວາງສະແດງສາກົນອື່ີນອີກ ເພື່ອປະກອບສ່ວນໂຄສະນາເຄື່ອງໝາຍການຄ້າ, ເປີດກວ້າງຂອບຂະໜາດ ແລະ ອັດຕາສ່ວນຂອງເຂົ້າສານຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ.

 

ຕອບກັບ