(ພາບ: ehainan.gov.cn)
|
ງານມະໂຫລານຄັ້ງນີ້ ໂດຍສະຫະສະມາຄົມມິດຕະພາບການທູດປະຊາຊົນຈີນ, ສະຫະສະມາຄົມຈີນ-ອາຊຽນ ແລະ ພະແນກພົວພັນຕ່າງປະເທດແຂວງຫາຍໜານ ຮ່ວມກັນຈັດຕັ້ງຂຶ້ນ. ການພົບປະແລກປ່ຽນປີນີ້ມີຫົວຂໍ້ວ່າ: “ຊາວໜຸ່ມຕະລຸມບອນ, ພ້ອມກັນສ້າງເສັ້ນທາງສາຍໄໝ” ແລະ ມີບັນດາການເຄື່ອນໄຫວຄື: ການໂອ້ລົມສົນທະນາ, ການພົບປະແລກປ່ຽນ, ການທັດສະນະສຶກສາ, ການສຳພາດ, ສະແດງສິລະປະ, ແຂ່ວຂັນກິລາ…ມີຜູ້ແທນດີເດັ່ນປະມານ 100 ຄົນທີ່ມາຈາກ 7 ປະເທດອາຊຽນຄື: ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ລາວ, ມຽນມາ, ກຳປູເຈຍ ແລະ ຜູ້ແທນຊາວໜຸ່ມທ້ອງຖິ່ນໄດ້ເຂົ້າຮ່ວມ.