ຫວຽດນາມເຂົ້າຮ່ວມງານຕະຫຼາດນັດອາຫານ ອາຊີ - ປາຊີຟິກ 2013 ທີ່ ສິງກະໂປ

Chia sẻ
(vovworld) - ງານ​ຕະຫຼາດນັດດຳ​ເນີນ​ໄປ​ຢູ່ ສິງ​ກະ​ໂປ ​ແຕ່​ວັນ​ທີ 21 – 25/11, ດຶງ​ດູດແຂກ​ຜູ້​ມາຢ້ຽມຊົມ,ຊື້​ເຄື່ອງນັບແສນຄົນ...
ຫວຽດນາມເຂົ້າຮ່ວມງານຕະຫຼາດນັດອາຫານ ອາຊີ - ປາຊີຟິກ 2013 ທີ່ ສິງກະໂປ - ảnh 1
(ພາບ: internet)


(vovworld) - ງານ​ຕະຫຼາດນັດດຳ​ເນີນ​ໄປ​ຢູ່ ສິງ​ກະ​ໂປ ​ແຕ່​ວັນ​ທີ 21 – 25/11, ດຶງ​ດູດແຂກ​ຜູ້​ມາຢ້ຽມຊົມ,ຊື້​ເຄື່ອງນັບແສນຄົນ. ຢູ່ທີ່​ນີ້, ຍັນດາຜູ້ນິຍົມ​ອາຫານໄດ້​ມີ​ໂອກາດ​ໄດ້ຮັບປະທານ​ອາຫານ​ພື້ນ​ເມືອງຫຼາຍ​ເຍື່ອງ​ຂອງ ສິງ​ກະ​ໂປ, ກໍ​ຄື​ມີ​ໂອກາດ​ຮູ້ຈັກເຖິງສະບຽງອາຫານ​ຫຼາຍປະເພດ​ທີ່ມາ​ຈາກ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວນໃນພາກພື້ນ.ຮ້ານຂາຍເຄື່ອງຂອງອົງການການຄ້າສະຖານ

ທູດ​ຫວຽດນາມ​ປະຈຳ ສິງ​ກະ​ໂປ ​ເຂົ້າຮ່ວມ​ເຫດການ​ນີ້ປະກອບ​ດ້ວຍ​ວິ​ສາ​ຫະກິດປະມານ 10 ​ແຫ່ງ ​ໃນຂົງເຂດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສະບຽງອາຫານ, ຜະລິ​ດຕະພັນ​ກະເສດ ​ແລະ ​ເຄື່ອງ​ດື່ມ.

        ທ່ານ Steven Ng, ສະມາຊິກ​ຄະນະ​ຈັດຕັ້ງ, ຕີ​ລາຄາ​ສູງ​ບັນດາ ຜະລິ​ດຕະພັນຂອງ ຫວຽດນາມ ​ແລະ ຫວັງ​ວ່າ​ຈະ​ມີ​ນັກທ່ອງທ່ຽວກໍ​ຄື​ວິ​ສາ​ຫະກິດ ​ຫວຽດນາມ​ ຫຼາຍແຫ່ງເຂົ້າຮ່ວມງານ​ຕະຫຼາດນັດ​ໃນ​ປີໜ້າ. ຕ່າງໜ້າໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ​ ກໍ​ສະ​ແດງ​ຄວາມ​ປາຖະໜາຢາກສືບຕໍ່​ເຂົ້າຮ່ວມງານ​ຕະຫຼາດນັດນີ້ ​ແລະ ງານ​ຕະຫຼາດນັດຕ່າງໆຢູ່ ສິງ​ກະ​ໂປ ​ເພື່ອ​ຍົກ​ສູງ​ຄວາມ​ອາດສ​າມາດ​ຜະລິດ ​ແລະ ສຳຜັດກັບຕະຫຼາດສາກົນ, ພິ​ເສດ​ແມ່ນຕະຫຼາດ ສິງ​ກະ​ໂປ ດ້ວຍ​ບົດບາດ​​ເປັນ​ຂົວ​ຕໍ່​ໃຫ້​ທັນຍາຫານ, ສະບຽງອາຫານ​  ຫວຽດນາມ ສຳຜັດກັບ​ບັນດາ​ຕະຫຼາດ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ.