ຫວຽດນາມຮ່ວມມືກັບບັນດາອົງການສາກົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍແລະປົກປັກຮັກສາສິ່ງແວດລ້ອມ

Chia sẻ
ວັນ​ທີ 17/6, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງທິງ​ອກທິ້ງ ​ແລະ ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ ປຣາຮາ, ປະ​ເທດ ສ. ​ເຊັກ​ໂກ ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ ສ. ​​ໂປ​ໂລ​ຍ, ສະຫະພັນ ສະ​ວິດ ​ແລະ ສ. ​ເຊັກ​​ໂກ.
ຫວຽດນາມຮ່ວມມືກັບບັນດາອົງການສາກົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍແລະປົກປັກຮັກສາສິ່ງແວດລ້ອມ - ảnh 1
ທ່ານນາງ ດັ້ງທິງອກທິ້ງ ທີ່ກອງປະຊຸມຂອງ ສປຊ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​ວັນ​ທີ 17/6, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງທິງ​ອກທິ້ງ ​ແລະ ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ ປຣາຮາ, ປະ​ເທດ ສ. ​ເຊັກ​ໂກ ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ ສ. ​​ໂປ​ໂລ​ຍ, ສະຫະພັນ ສະ​ວິດ ​ແລະ ສ. ​ເຊັກ​​ໂກ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ໝາກຜົນ​ການ​ຢ້ຽມຢາມ, ທ່ານ​ຮອງ​ລັດຖະມົນຕີ​ກາ​ນຕ່າງປະ​ເທດ ຫວຽດນາມ ຮ່າ​ກິມງອກ, ​ໃຫ້​ຮູ້​ວ່າ: ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ ຢູ່ Vacsava ຢ່າງ​ຕັ້ງໜ້າ, ​ແນະນຳ​ເຖິງ​ເພື່ອນ​ມິດສາ​ກົນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ ​ແລະ ຊຸກຍູ້​ຄວາມ​ກ້າວໜ້າ​ຂອງ​ແມ່​ຍິງ, ບົດບາດ ​ແລະ ການ​ປະກອບສ່ວນ​ຢ່າງໃຫຍ່​ຫຼວງ​ຂອງ​ແມ່​ຍິງ ຫວຽດນາມ ສຳລັບ​ພາ​ລະ​ກິດ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ.

        ທີ່​ວາລະ​ປະຊຸມ​ຄັ້ງ​ທີ 32 ຂອງ​ສະພາ​ສິດ​ທິມະນຸດ​ຂອງ ສປຊ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ມີ​ບົດ​ກ່າວ​ຄຳ​ເຫັນ​ສຳ​ຄັນ​ເນັ້ນ​ໜັກ​ວ່າສະພາ​ສິດ​ທິມະນຸດ​ຂອງ ສປຊ ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ການ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ປີ 2030 ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເຕື້ອງ​ເຖິງ​ສະພາບ​​ໄພ​ແຫ້ງ​ແລ້ງ ​ແລະ ນຳ້​ທະ​ເລ​ຊຶມ​ເຂົ້າ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່ ​ໄຕ​ງວຽນ, ທາງທິດ​ໃຕ້​ພາກ​ກາງ ​ແລະ ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ.

        ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ກໍ່​ມີ​ການ​ເຄື່ອນ​ໄຫວ 2 ຝ່າຍ​ຕ່າງໆຢູ່ 3 ປະ​ເທດ ​ໂປ​ໂລ​ຍ, ສະ​ວິດ ​ແລະ ສ. ​ເຊັກ​ໂກ ​ເພື່ອ​​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ດັ່ງກ່າວ​ກັບ ຫວຽດນາມ. ທ່ານ​ຮອງ​ລັດຖະມົນຕີ ຮ່າ​ກິມງອກ ຢັ້ງຢືນ​ວ່າການ​ຢ້ຽມຢາມ​ບັນລຸ​ໄດ້​ຜົນສຳ​ເລັດ​ນັບທັງ​​ຫຼາຍ​ຝ່າຍ ​ແລະ 2 ຝ່າຍ ອັນ​ໄດ້​ເປີດ​ແງ່​ຫວັງ​ ​ຮ່ວມ​ມື​ຕັ້ງໜ້າ​ທີ່​ສຸດກັບ​ບັນດາ​ອົງການ​ສາກົນ​ຄື: ສປຊ, ສະຫະພັນ​ລັດຖະສະພາ​ໂລກ (IPU) ​ແລະ 3 ປະ​ເທດຄູ່​ຮ່ວມ​ມື.