ຖືກດຳເນີນຢູ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ບຸຍແທງເຊີນ ນຳໜ້າ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ໃຫ້ຂໍ້ສັງເກດວ່າ, ໂຄງການອາຊີຕາເວັນອອກສ່ຽງໃຕ້ ເຊິ່ງ OECD ເລີ່ມເຄື່ອນໄຫວນັບແຕ່ປີ 2014 ແມ່ນເພື່ອແນໃສ່ໜູນຊ່ວຍບັນດາປະເທດອາຊຽນ ຊຸກຍູ້ການປະຕິຮູບດ້ານເສດຖະກິດ ແລະ ການເຊື່ອມໂຍງ, ມາຮອດປະຈຸບັນໄດ້ສິ້ນສຸດໄລຍະທຳອິດດ້ວຍບັນດາໝາກຜົນ ຕັ້ງໜ້າຫຼາຍຢ່າງ. ຫວຽດນາມ ສະເໜີໃຫ້ອາຊຽນ ສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ຜ່ານບັນດາຂໍ້ຕົກລົງດ້ານການຄ້າເສລີ 2 ຝ່າຍ ແລະ ພາກພື້ນ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ເພື່ອຊຸກຍູ້ພາກເອກະຊົນເຂົ້າຮ່ວມການພັດທະນາດ້ານພື້ນຖານໂຄງລ່າງ; ເພີ່ມທະວີການເຊື່ອມຕໍ່ດີຈີຕອນ, ລົງທຶນບຳລຸງສ້າງດ້ານທັກສະ ແລະ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດເພື່ອຍາດແຍ່ງເອົາບັນດາກາລະໂອກາດ ແລະ ຜົນປະໂຫຍດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ຢ່າງມີ ປະສິດທິຜົນ.