ຫວຽດ​ນາມມີ​ບັນ​ດາ​ການປະ​ກອບ​ສ່ວນ​ທີ່​ພົ້ນ​ເດັ​່ນ​ ຢູ່ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ASEM

Chia sẻ
(VOVWORLD) -ໝາກຜົນທີ່ພົ້ນເດັ່ນແມ່ນກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ASEM ຄວນສືບຕໍ່ເດີນໜ້າໃນການຊຸກຍູ້ລັດທິຫຼາຍຝ່າຍຢ່າງເຂັ້ມແຂງ, ມີປະສິດຜົນແລະມີຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ລະບຽບກົດໝາຍ, ປັບປຸງລະບົບການຄ້າຫຼາຍຝ່າຍ,ບົດບາດໃຈກາງຂອງອົງການການຄ້າໂລກ (WTO), ຕ້ານລັດທິອາລັກຂາໃນທຸກຮູບແບບ.
ຫວຽດ​ນາມມີ​ບັນ​ດາ​ການປະ​ກອບ​ສ່ວນ​ທີ່​ພົ້ນ​ເດັ​່ນ​ ຢູ່ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ASEM - ảnh 1ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ (ພາບ:baochinhphu.vn) 

        ຕີລາຄາສູງກ່ຽວກັບກອງປະຊຸມລັດຖະມົນຕີການຕ່າງປະເທດອາຊີ-ເອີລົບ (ASEM) ຄັ້ງທີ 14, ເຊິ່ງໄດ້ດຳເນີນ ໃນວັນທີ15-16 ທັນວາ, ທີ່Madrid, (ປະເທດແອດສະປາຍ),ທີ່ ກອງປະຊຸມ ASEM, ທ່ານນາງ ຫງວຽນມິງຮັ່ງ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ (SOM) ຂອງຫວຽດນາມໃຫ້ຮູ້ວ່າ: ໝາກຜົນທີ່ພົ້ນເດັ່ນແມ່ນກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ASEM ຄວນສືບຕໍ່ເດີນໜ້າໃນການຊຸກຍູ້ລັດທິຫຼາຍຝ່າຍຢ່າງເຂັ້ມແຂງ, ມີປະສິດຜົນແລະມີຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ລະບຽບກົດໝາຍ, ປັບປຸງລະບົບການຄ້າຫຼາຍຝ່າຍ,ບົດບາດໃຈກາງຂອງອົງການການຄ້າໂລກ (WTO), ຕ້ານລັດທິອາລັກຂາໃນທຸກຮູບແບບ.

        ຄະນະຜູ້ແທນຫວຽດນາມເຊິ່ງນຳໂດຍທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໄດ້ມີການເຂົ້າຮ່ວມຢ່າງຕັ້ງໜ້າແລະມີບັນດາການປະກອບສ່ວນທີ່ພົ້ນເດັ່ນຢູ່ ກອງປະຊຸມ, ປະກອບສ່ວນເຂົ້າໃນຜົນສຳເລັດລວມ. ບັນດາສະມາຊິກ ASEM ສະໜັບສະໜູນຄວາມມານະພະຍາຍາມຂອງ ASEAN ແລະບຸລິມະສິດຂອງ ຫວຽດນາມໃນປີ 2020 ແນໃສ່ສືບຕໍ່ຊຸກຍູ້ການສ້າງປະຊາຄົມໂດຍອີງໃສ່ລະບຽບກົດໝາຍ, ມຸ່ງໄປສູ່ປະຊາຊົນ, ຜູກພັນກັນຢ່າງແໜ້ນແຟ້ນເພື່ອເປັນເຈົ້າການໃນການປັບຕົວຢ່າງມີປະສິດທິຜົນ.

        ກ່ຽວຂ້ອງເຖິງບັນຫາທະເລທະເລຕາເວັນອອກ, ສະມາຊິກຫຼາຍປະເທດກໍ່ໄດ້ແບ່ງປັນຂໍ້ສະເໜີຂອງຫວຽດນາມກ່ຽວກັບການເພີ່ມທະວີການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດຕາມກົດໝາຍສາກົນແລະບັນດາມາດຕະຖານລວມ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນແລະ ມີປະສິດທິຜົນ,ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ປະສິດທິຜົນ, ປະກອບສ່ວນຮັກສາສັນຕິພາບແລະສະຖຽນລະພາບຢູ່ ອາຊີ-ປາຊີຟິກຮັບປະກັນຄວາມໝັ້ນຄົງແລະຄວາມປອດໄພໃນການເດີນເຮືອ, ການບິນ, ສ້າງເຂດທະເລຕາເວັນອອກໃຫ້ເປັນເຂດທະເລແຫ່ງສັນຕິພາບ, ຮ່ວມມືແລະພັດທະນາ.

        ບັນດາສະມາຊິກໃນ ASEM ຕ່າງກໍຢັ້ງຢືນວ່າ: ຈະເພີ່ມທະວີການສົມທົບກັນເມື່ອຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນໃນປີ 2020 ແລະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021./.

ຕອບກັບ