ຫວຽດນາມມີຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງທາງການເມືອງຢູ່ ສ.ໄຊປັຣດ

Chia sẻ
(VOVWORLD) -ວັນທີ 21 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືນັດສາມັນກ່ຽວກັບສະພາບການຢູ່ ສ.ໄຊປຣັດ ແລະ ການເຄື່ອນໄຫວຂອງກຳລັງຮັກສາສັນຕິພາບ ສປຊ ຢູ່ ໄຊປຣັດ (UNFICYP)

ຫວຽດນາມມີຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງທາງການເມືອງຢູ່ ສ.ໄຊປັຣດ  - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມຂອງ ທ່ານເລຂາທິການໃຫຍ່ ສປຊ ໃນການຊຸກຍູ້ການໂອ້ລົມສົນທະນາ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ມຸ່ງໄປເຖິງການຊອກຫາວິທີການຮອບດ້ານສຳລັບບັນຫາ ໄຊປຣັດ. ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງທາງການເມືອງ ແລະ ເລື່ອງບັນດາຝ່າຍທີ່ຍັງມີທັດສະນະແຕກຕ່າງກັນຫຼາຍຢ່າງ. ຫວຽດນາມຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນ, ບໍ່ປະໃຫ້ເກີດຄວາມເຄັ່ງຕຶງຂຶ້ນຕື່ມ, ເພີ່ມທະວີຄວາມມານະພະຍາຍາມຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຈັດຕັ້ງກອງປະຊຸມບໍ່ເປັນທາງການເພື່ອສ້າງກາລະໂອກາດແລກປ່ຽນທັດນະສະ, ຊອກຫາວິທີການແກ້ໄຂ. ທ່ານເອກອັກຄະລັດຖະທູດ ກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງເຄົາລົບພາລະກິດຂອງ UNFICYP ແລະ ຄວາມສຳຄັນຂອງບັນດາມະຕິ ສປຊ ທີ່ມີສ່ວນກ່ຽວຂ້ອງ, ບົນພື້ນຖານເຄົາລົບອະທິປະໄຕ, ຜືນແຜ່ນດີອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງ ໄຊປຣັດ, ພ້ອມທັງເຄົາລົບກົດໝາຍສາກົນ, ລວມມີ ກົດບັດ ສປຊ.

        ແລະກໍ່ໃນວັນດຽວກັນ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານກອງປະຊຸມທາງອອນລາຍ ກຸ່ມເພື່ອນມິດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ດ້ວຍຫົວຂໍ້ “ຄວາມສຳຄັນຂອງ UNCLOS ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ເລກທີ 14 ຂອງ ສປຊ ກ່ຽວກັບການອະນຸລັກຮັກສາ, ນຳໃຊ້ທະເລ ແລະ ມະຫາສະມຸດແບບຍືນຍົງ” ໂດຍມີການເຂົ້າຮ່ວມຂອງ ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ແລະ ຜູ້ຕາງໜ້າຂອງ ກ່ວາ 120 ປະເທດສະມາຊິກ ສປຊ.

        ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດ ໄດ້ຢັ້ງຢືນບົດບາດເປັນໃຈກາງຂອງ UNCLOS, ຫຼັກການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ຕີລາຄາສູງບົດບາດຂອງກົນໄກແກ້ໄຂການຂັດແຍ້ງກັນ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນຕາມ UNCLOS ໃນການຊູກຍູ້ຄວາມເປັນລະບອບລະບຽບການໂດຍອີງໃສ່ກົດໝາຍ, ປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ ກຸ່ມເພື່ອນມິດ ຈະຮັກສາການເຄື່ອນໄຫວເປັນປະຈຳ, ຜ່ານນັ້ນກໍ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບ UNCLOS, ແບ່ງປັນພຶດຕິກຳທີ່ດີ, ຕອບສະໜອງໄດ້ຄວາມສົນໃຈລວມຂອງປະຊາຄົມສາກົນ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ