ຫວຽດນາມບຸລິມະສິດປະຕິບັດ7ເນື້ອໃນສຳຄັນໃນຂົງເຂດຊຸກຍູ້ສິດທິມະນຸດ

Chia sẻ
(VOVWORLD) -ວັນທີ 18 ມັງກອນ ປີ 2018, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາບຸລິມະສິດຂອງຫວຽດນາມ ເພື່ອແນໃສ່ຮັບປະກັນປະຕິບັດບັນດາສິດທິມະນຸດໃນໄລຍະຈະມາເຖິງໃຫ້ດີກວ່າ.
ຫວຽດນາມບຸລິມະສິດປະຕິບັດ7ເນື້ອໃນສຳຄັນໃນຂົງເຂດຊຸກຍູ້ສິດທິມະນຸດ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄ 

ທ່ານນາງເລທິທູຮັ່ງ ໃຫ້ຮູ້ວ່າ: ຫວຽດນາມ ຈະບຸລິມະສິດ 7 ເນື້ອໃນລວມມີ: ສືບຕໍ່ບູລະນະລະບົບກົດໝາຍ, ຍູ້ແຮງການພັດທະນາເສດຖະກິດສັງຄົມ, ຍົກສູງຄຸນນະພາບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ; ຍົກສູງຄວາມສາມາດສຳຜັດກັບບັນດາຮູບການຮັບປະກັນຊີວິດສັງຄົມ, ປົວແປງຄຸນນະພາບການສຶກສາ, ສຶບຕໍ່ຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງຊາຍ; ເບິ່ງແຍງດູແລສຸຂະພາບໃຫ້ວົງຄະນາຍາດ, ສືບຕໍ່ເພີ່ມທະວີການຮ່ວມມືກັບທຸກປະເທດສະມາຊິກ, ບັນດາກົນໄກ, ບັນດາອົງການຈັດຕັ້ງວິຊາສະເພາະຂອງພາກພື້ນ ແລະ ທົ່ວໂລກທີ່ມີສ່ວນກ່ຽວຂ້ອງເຖິງສິດທິມະນຸດ.

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບທັດສະນະຂອງຫວຽດນາມຕໍ່ເລື່ອງ ຄູ່ຮ່ວມມືບາງປະເທດ ມີຄວາມສົນໃຈກ່ຽວກັບການປະຕິບັດສິດທິມະນຸດຢູ່ຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມເລທິທູຮັ່ງ ຊີ້ແຈ້ງວ່າ ຫວຽດນາມສືບຕໍ່ຮັກສາບັນດາກົນໄກໂອ້ລົມສົນທະນາກ່ຽວກັບສິດທິມະນຸດກັບປະເທດຈຳນວນຫນຶ່ງ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ແບ່ງປັນບົດຮຽນ ແລະ ເປີດບັນດາກາລະໂອກາດຮ່ວມມືສອງຝ່າຍໃນຂົງເຂດສິດທິມະນຸດ.

ຕອບກັບ