ເປັນຄັ້ງທຳອິດວັດຖຸບູຮານສະໄໝລາຊະວົງ ຫງວຽນ ໄດ້ກຳນົດວັດຖຸເປັນດີຈີຕອນ

Chia sẻ
(VOVWORLD) - ບັນດາວັດຖຸບູຮານໄດ້ຕິດຊິບ NFC ແລະ ໄດ້ກຳນົດດ້ວຍເຕັກໂນໂລຊີ Nomion ຂອງ Phygital Labs.
ເປັນຄັ້ງທຳອິດວັດຖຸບູຮານສະໄໝລາຊະວົງ ຫງວຽນ ໄດ້ກຳນົດວັດຖຸເປັນດີຈີຕອນ - ảnh 1(ວັດຖຸບູຮານ)

        ສູນອະນຸລັກຮັກສາປູຊະນີຍະສະຖານກຸ່ມເກົ່າ ເຫ້ວ ໄດ້ສົມທົບກັບບັນດາຄູ່ຮ່ວມມືດຳເນີນການກຳນົດວັດຖຸເປັນດີຈີຕອນ ສຳລັບວັດຖຸບູຮານໃນສະໄໝລາຊະວົງ ຫງວຽນ ຢູ່ຫໍພິພິຕະພັນວັດຖຸບູຮານພະລາຊະວັງ ເຫ້ວ, ພ້ອມທັງເປີດເຂດວາງສະແດງວັດທະນະທຳເໝືອນຈິງທຳອິດຕິດຕັ້ງກັບແວນຕາເໝືອນຈິງ Apple Vision Pro, ນຳໃຊ້ເຕັກໂນໂລຊີຂອງ Phygital Labs, ເປີດການເຄື່ອນໄຫວນຳໃຊ້ເຕັກໂນໂລຊີເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳມໍລະດົກ.

        ຕາມນັ້ນແລ້ວ, ບັນດາວັດຖຸບູຮານໄດ້ຕິດຊິບ NFC ແລະ ໄດ້ກຳນົດດ້ວຍເຕັກໂນໂລຊີ Nomion ຂອງ Phygital Labs. ແຂກມາຢ້ຽມຊົມຈະສາມາດນຳໃຊ້ໂທລະສັບສະມາດໂຟນກະທົບກັບຊິບ NFC Nomion ທີ່ຕິດຕັ້ງຢູ່ບັນດາວັດຖຸບູຮານ, ເປິດຊົມຂໍ້ມູນປະຫວັດສາດ, ແຫຼ່ງກຳເນີດ, ຄວາມໝາຍດ້ານວັດທະນະທຳ, ພາບ 3 ມິຕິ… ຂອງວັດຖຸບູຮານນັ້ນ. ບັນດາວັດຖຸບູຮານໄດ້ຄັດເລືອກເພື່ອຕິດຊິບແມ່ນບັນດາເຄື່ອງວັດຖຸບູຮານທີ່ພົ້ນເດັ່ນ, ເປັນເອກະລັກສະເພາະຂອງເຈົ້າຊີວິດ, ເຈົ້ານາຍສະໄໝ ຫງວຽນ, ຄື: ບັນລັງຄຳ, ວໍ, ເຄື່ອງຕົບແຕ່ງດ້ວຍຄຳ, ເພັດ…

ຕອບກັບ