ຫວຽດ​ນາມ ໜູນ​ຊ່ວຍ​ຍົກ​ສູງ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ເຕັກ​ນິກ​ກະ​ສິ​ກຳ ລາວ

Chia sẻ
(VOVWORLD) - ເຂົ້າຮ່ວມຫຼັກຊຸດການຮຽນ ບັນດານັກສຳມະນາກອນລາວ ຈະໄດ້ຮັບເອົາຄຳເຫັນເພື່ອແນໃສ່ຍົກສູງວິຊາການສົ່ງເສີມກະສິກຳ, ພິເສດແມ່ນໃນຂົງເຂດປູກຝັງ ແລະ ລ້ຽງສັດ ກໍ່ຄືວຽກງານສັດຕະວະແພດ.
ຫວຽດ​ນາມ ໜູນ​ຊ່ວຍ​ຍົກ​ສູງ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ເຕັກ​ນິກ​ກະ​ສິ​ກຳ ລາວ - ảnh 1ບັນດາຜູ້ແທນ ແລະ ນັກສຳມະນາກອນລາວ ເຂົ້າຮ່ວມພິທີ

ວັນທີ 29 ພະຈິກ, ມະຫາວິທະຍາໄລ ປ່າໄມ້ ຫວຽດນາມ ໄດ້ຈັດພິທີ່ເປີດຫຼັກຊຸດການຮຽນໄລຍະສັ້ນ “ບຳລຸງສ້າງຝືກອົບຮົບ, ຍົກສູງຄວາມສາມາດໃຫ້ແກ່ພະນັກງານເຕັກນິກກະສິກຳ ປະເທດ ສປປ.ລາວ”. ເຂົ້າຮ່ວມພິທີ ມີຄະນະອະທິການບໍດີ, ບັນດາຄູອາຈານ ມະຫາວິທະຍາໄລປ່າໄມ້ ແລະ ນັກສຳມະນາກອນລາວ 15 ຄົນ ແມ່ນພະນັກງານເຕັກນິກກະສິກຳ ທີ່ມາຈາກ 3 ແຂວງ: ຫົວພັນ, ຊຽງຂວາງ ແລະ ໄຊສົມບູ. ກ່າວຄຳເຫັນທີພິທີ, ທ່ານ ເຟືອກ ກອມແພງມີ ຜູ້ຕາງໜ້ານັກສຳມະນາກອນລາວ ເຂົ້າຮ່ວມຫຼັກຊຸດການຮຽນ ໃຫ້ຮູ້ວ່າ:ໃນໄລຍະເວລາ 2 ເດືອນ ທີ່ດຳລົງຊີວິດ, ຮ່ຳຮຽນຢູ່ມະຫາວິທະຍາໄລ ປ່າໄມ້, ພວກນ້ອງ ປາດຖະໜາວ່າ ຈະຮັບຄວາມເອົາໃຈໃສ່ຊ່ວຍເຫຼືອຈາກບັນດາຄູອາຈານ ໂຮງຮຽນ. ໃນໂອກາດນີ້, ພ້ວດນ້ອງຈະມີໂອກາດ ຮັບເອົາບັນດາຄວາມຮູ້ກ່ຽວກັບວິທະຍາສາດເຕັກນິກ ເພື່ອກັບເມືອປະເທດ ຮັບໃຊ້ວຽກງານຂອງຕົນ ເພື່ອພັດທະນາພື້ນຖານກະສິກຳຂອງປະເທດລາວ.

ເຂົ້າຮ່ວມຫຼັກຊຸດການຮຽນ ທີ່ດຳເນີນແຕ່ວັນທີ 27 ພະຈິກ 2023 ຫາວັນທີ 27 ມັງກອນ 2024 ບັນດານັກສຳມະນາກອນລາວ ຈະໄດ້ຮັບເອົາຄຳເຫັນເພື່ອແນໃສ່ຍົກສູງວິຊາການສົ່ງເສີມກະສິກຳ, ພິເສດແມ່ນໃນຂົງເຂດປູກຝັງ ແລະ ລ້ຽງສັດ ກໍ່ຄືວຽກງານສັດຕະວະແພດ. ນອກຈາກນັ້ນ, ທາງໂຮງຮຽນຍັງສ້າງເງື່ອນໄຂເພື່ອໃຫ້ບັນດານັກສຳມະນາກອນ ເຂົ້າຮ່ວມການໂອ້ລົມສົນທະນາ, ແລກປ່ຽນວິຊາການ ກັບບັນດາອົງການວິຊາສະເພາະຂອງໂຮງຮຽນຢູ່ພະແນກ ປ່າໄມ້ສາດ, ພະແນກຄຸ້ມຄອງຊັບພະຍາກອນປ່າໄມ້, ສະຖາບັນຄຸ້ມຄອງທີ່ດິນ ແລະ ພັດທະນາຊົນນະບົດ, ສະຖາບັນເຕັກໂນໂລຢີຊີວະສາດ ປ່າໄມ້, ສະຖາບັນສະພາບແວດລ້ອມປ່າໄມ້ ແລະ ສິ່ງແວດລ້ອມ…

ຕອບກັບ