ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ​ຄັ້ງ​ທີ 2

Chia sẻ
(VOVWORLD) - ດ້ວຍຈຳນວນບັດເຫັນດີ 121 ບັດ, ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນສະມາຊິກ ຄະນະກຳມະການມໍລະດົກໂລກ, ນັບແຕ່ຄັ້ງປີ 2013 ເປັນຕົ້ນມາ. 
ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ​ຄັ້ງ​ທີ 2 - ảnh 1ດ້ວຍຈຳນວນບັດເຫັນດີ 121 ບັດ, ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນສະມາຊິກ ຄະນະກຳມະການມໍລະດົກໂລກ (ພາບ: VOV)

ວັນທີ 22 ພະຈິກ, ຢູ່ນະຄອນຫຼວງ ປາຣີ, ຝລັ່ງ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 24 ຂອງບັນດາປະເທດສະມາຊິກ ສົນທິສັນຍາອະນຸລັກຮັກສາມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ (ສົນທິສັນຍາມໍລະດົກໂລກ), ຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກຂອງຄະນະກຳມະການມໍລະດົກໂລກ ອາຍຸການ 2023 – 2027, ໜຶ່ງໃນບັນດາອົງການບໍລິຫານສຳຄັນທີ່ສຸດຂອງ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO). ດ້ວຍຈຳນວນບັດເຫັນດີ 121 ບັດ, ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນສະມາຊິກ ຄະນະກຳມະການມໍລະດົກໂລກ, ນັບແຕ່ຄັ້ງປີ 2013 ເປັນຕົ້ນມາ. ທ່ານຮ່າກິມງອກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ, ຫົວໜ້າຄະນະຜູ້ແທນຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃຫ້ຮູ້ວ່າ:

        “ໝາກຜົນນີ້ແມ່ນການຕີລາຄາສູງ, ການສະໜັບສະໜູນ ແລະ ຄວາມໄວ້ວາງໃຈຂອງປະຊາຄົມສາກົນທີ່ ມີຕໍ່ ຫວຽດນາມ. ເຂົາເຈົ້າຕີລາຄາສູງຄວາມມານະພະຍາຍາມໃນການບໍລິຫານ, ການປະກອບສ່ວນຂອງ ຫວຽດນາມ ຢູ່ບັນດາເວທີປາໄສຫຼາຍຝ່າຍກໍຄືບັນດາການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນຂອງ ຫວຽດນາມ ໃນການຊຸກຍູ້ບັນດາເນື້ອໃນບຸລິມະສິດຂອງ UNESCO. ໂດຍສະເພາະແມ່ນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກໂລກ ຢູ່ ຫວຽດນາມ ແລະ ຢູ່ບັນດາປະເທດອື່ນ. ນີ້ກໍ່ແມ່ນຄັ້ງທຳອິດທີ່ ຫວຽດນາມ ເປັນສະມາຊິກຂອງ 5 ອົງການບໍລິຫານງານສຳຄັນທີ່ສຸດຂອງ UNESCO. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດ, ອິດທິພົນຊື່ສຽງ ແລະ ຜົນກະທົບຂອງ ຫວຽດນາມ ຕໍ່ກັບປະຊາຄົມສາກົນ.”

ແອັງຕວັນ - ແມ້ງຮ່າ - ນັກຂ່າວ VOV ປະຈຳ ປາຣີ

ຕອບກັບ