ຫວຽດນາມ ແລະ ສະຫະພັນລັດເຊຍ ເພີ່ມທະວີການຮ່ວມມືໃນຂົງເຂດສານ

Chia sẻ
(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງເລື່ອງສານປະຊາຊົນສູງສຸດສອງປະເທດ ໄດ້ຮ່ວມມືກັນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ໃນຫຼາຍຂົງເຂດ.
ຫວຽດນາມ ແລະ ສະຫະພັນລັດເຊຍ ເພີ່ມທະວີການຮ່ວມມືໃນຂົງເຂດສານ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານ Lebedev Vyacheslav Mikhailovich, ປະທານສານປະຊາຊົນສູງສຸດ ສະຫະພັນລັດເຊຍ
(ພາບ:Thống Nhất/TTXVN)

ຕອນບ່າຍວັນທີ 19 ມິຖຸນາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານ Lebedev Vyacheslav Mikhailovich, ປະທານສານປະຊາຊົນສູງສຸດ ສະຫະພັນລັດເຊຍ ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

        ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງເລື່ອງສານປະຊາຊົນສູງສຸດສອງປະເທດ ໄດ້ຮ່ວມມືກັນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ໃນຫຼາຍຂົງເຂດ. ທ່ານປະທານປະເທດ ປາດຖະໜາວ່າ ສານຂອງສອງປະເທດຈະແບ່ງປັນບົດຮຽນດ້ານວິຊາການໃຫ້ຫຼາຍກ່ວາອີກ, ຊ່ວຍປະຕິບັດບັນດາໜ້າທີ່ໃຫ້ບັນລຸໄດ້ປະສິດທິຜົນຢ່າງສູງສຸດ.

        ສ່ວນທ່ານປະທານສານປະຊາຊົນສູງສຸດ ສະຫະພັນລັດເຊຍ Lebedev Vyacheslav Mikhailovich ໄດ້ຝາກສານຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ເຖິງທ່ານປະທານປະເທດ ຫວໍວັນເຖືອງ, ໃນນັ້ນຢັ້ງຢືນວ່າ ລັດເຊຍ ຖືເປັນສຳຄັນ ແລະ ບຸລິມະສິດການຮ່ວມມືຫຼາຍດ້ານກັບ ຫວຽດນາມ, ໃນນັ້ນມີການຖືການເປີດກ້ວາງການພົວພັນລະຫວ່າງສອງອົງການສານ ແລະ ຕຸລາການຂອງສອງປະເທດເປັນສຳຄັນ.

ຕອບກັບ