ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະຫນາຢາກໃຫ້ Samsung ຖື ຫວຽດນາມ ແມ່ນທີ່ໝັ້ນຍຸດທະສາດການຜະລິດ, ສົ່ງອອກຂອງກຸ່ມບໍລິສັດ

Chia sẻ

(VOVWORLD) - ຕອນບ່າຍວັນທີ 9 ພຶດສະພາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Park Hark Kyu, ຜູ້ອຳນວຍການໃຫຍ່ ຮັບຜິດຊອບດ້ານການເງິນຂອງກຸ່ມບໍລິສັດ Samsung  ສ. ເກົາຫລີ ພວມຢ້ຽມຢາມ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະຫນາຢາກໃຫ້ Samsung ຖື ຫວຽດນາມ ແມ່ນທີ່ໝັ້ນຍຸດທະສາດການຜະລິດ, ສົ່ງອອກຂອງກຸ່ມບໍລິສັດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Park Hark Kyu, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Samsung. ພາບ: VGP/Nhật Bắc

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢືນຢັນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຖືເປັນສຳຄັນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດເຄື່ອນໄຫວຜະລິດດຳເນີນທຸລະກິດຍາວນານຢູ່ ຫວຽດນາມ; ສືບຕໍ່ຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາໂຄງການຂອງກຸ່ມບໍລິສັດລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ພັດທະນາແບບຍືນຍົງຢູ່ ຫວຽດນາມ. ນອກນັ້ນ ເອົາໃຈໃສ່ປະຕິບັດວຽກງານຮັບປະກັນຊີວິດສັງຄົມ, ສ້າງເງື່ອນໄຂສະດວກໃຫ້ແກ່ຊາວຕ່າງປະເທດ, ໃນນັ້ນ ມີ ຊາວ ສ.ເກົາຫລີ ເຮັດວຽກ ຢ່າງສະດວກ, ຍາວນານ ຢູ່ ຫວຽດນາມ.

ສ່ວນທ່ານ Park Hark Kyu, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Samsung ໃຫ້ຮູ້ວ່າ: Samsung ໄດ້ ແລະ ຈະລົງທຶນຜະລິດບັນດາອຸດສະຫະກຳຫນູນຊ່ວຍ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ; ຫນູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບການຜະລິດ, ການສະຫນອງຂອງ Samsung; ປາດຖະຫນາຢາກສືບຕໍ່ພັດທະນາ ປະກອບສ່ວນເຂົ້າໃນວົງເງິນການນຳເຂົ້າສົ່ງອອກຂອງ ຫວຽດນາມ ແລະ ພັດທະນາເສດຖະກິດ ເວົ້າລວມ ຂອງຫວຽດນາມ.

ຕອບກັບ