ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ: ຫວຽດ​ນາມ ຊົມ​ເຊີຍຄວາມຄືບໜ້າຢູ່ ອີ​ຣັກ ​

Chia sẻ
(VOVWORLD) -ໃນວັນທີ 26 ສິງຫາ ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມຜ່ານທາງອອນລາຍກ່ຽວກັບສະພາບການຢູ່ ອີີຣັກ.
ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ: ຫວຽດ​ນາມ ຊົມ​ເຊີຍຄວາມຄືບໜ້າຢູ່ ອີ​ຣັກ ​ - ảnh 1 ກອງປະຊຸມຜ່ານທາງອອນລາຍກ່ຽວກັບສະພາບການຢູ່ ອີີຣັກ

ທ່ານນາງ Hennis-Plasschaert ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດຮັບຜິດຊອບກ່ຽວກັບບັນຫາ ອີຣັກ, ພ້ອມທັງແມ່ນ ຫົວໜ້າຄະນະຜູ້ຕາງໜ້າ ສະຫະປະຊາຊາດໃນການໜູນຊ່ວຍ ອີຮັກ, ພ້ອມກັບທ່ານເອກອັກຄະລັດຖະທູດ ອີຣັກ ປະຈຳ ສະຫະປະຊາຊາດ ໄດ້ເຂົ້າຮ່ວມ ແລະ ລາຍງານທີ່ກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍບັນດາຄວາມຄືບໜ້າຢູ່ ອີຣັກ ໃນໄລຍະຜ່ານມາ, ພິເສດແມ່ນໃນການສ້າງຕັ້ງລັດຖະບານໃໝ່ ແລະ ບັນດາຄຳໝັັ້ນສັນຍາຂອງລັດຖະບານ ອີຣັກ ໃນການຮັບມືກັບໂລກລະບາດໂຄວິດ-19, ຕ້ານການສໍ້ລາດບັງຫຼວງ, ສະໜອງບັນດາການບໍລິການພື້ນຖານ, ປະຕິຮູບພື້ນຖານເສດຖະກິດ ແລະ ປັບປຸງບັນດາລະບອບລະບຽບການລັດ. ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ສະແດງຄວາມວິຕົກກັງວົນຕໍ່ການຜັນແປຂອງໂລກລະບາດໂຄວິດ-19 ແລະ ສະພາບການດ້ານມະນຸດສະທຳຢູ່ ອີຣັກ ດ້ວຍປະຊາຊົນຫຼາຍລ້ານຄົນພວມປະເຊີນໜ້າກັບຄວາມທຸກຍາກອຶດຫິວ; ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາໜູນຊ່ວຍໃຫ້ແກ່ ອີຣັກ. ຕໍ່ໜ້າສະພາບການທີ່ສັບສົນຢູ່ພາກພື້ນ ຕາເວັນອອກກາງ, ທ່ານຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ໄດ້ຮຽກຮ້ອງໃຫ້ເຄົາລົບເອກະລາດການເມືອງ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງ ອີຣັກ ຢ່າງຄົບຖ້ວນ; ທ່ານຢັ້ງຢືນວ່າ ການເຈລະຈາ, ຄວາມສາມັກຄີ ແລະ ການປອງດອງຊາດ ແມ່ນບັນດາປັດໄຈຫຼັກແຫຼ່ງແກ່ນສານເພື່ອເຮັດໃຫ້ປະເທດມີສະຖຽນລະພາບ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

 

 

 

 

ຕອບກັບ