ຫວຽດນາມ ແລະ ກຳປູເຈຍ ແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ

Chia sẻ
(VOVWORLD) - ວັນທີ 11 ມັງກອນ, ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ຫວຽດນາມ - ກຳປູເຈຍ ໄດ້ຮັບການປະຕິບັດຕາມເນືື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງຄະນະສາສະໜາລັດຖະບານ ແລະ ກະຊວງພິທີການ ແລະ ສາສະໜາ ກຳປູເຈຍ ເຊິ່ງດຳເນີນຢູ່ນະຄອນ ດ່າລາດ, ແຂວງ ເລີມດົ່ງ. 
ຫວຽດນາມ ແລະ ກຳປູເຈຍ ແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ - ảnh 1 ທ່ານ ຫວູຈ໊ຽນທັ໊ງ, ຫົວໜ້າຄະນະສາສະໜາລັດຖະບານ ຫວຽດນາມ (ພາບ: TTXVN )

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູຈ໊ຽນທັ໊ງ, ຫົວໜ້າຄະນະສາສະໜາລັດຖະບານ ຫວຽດນາມ ຊີ້ແຈ້ງວ່າ:

        ໃນສະພາບທີ່ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ນັບມື້ນັບພັດທະນາ, ການພົວພັນລະຫວ່າງ 2 ອົງການສາສະໜາຂອງ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ ໄດ້ເພີ່ມທະວີຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າ. ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ຫວຽດນາມ - ກຳປູເຈຍ ຄັ້ງນີ້ ແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັນແບ່ງປັນບົດຮຽນພຶດຕິກຳຕົວຈິງ ໃນວຽກງານຄຸ້ມຄອງລັດກ່ຽວກັບສາສະໜາຂອງແຕ່ລະປະເທດ, ຜ່ານນັ້ນ ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງກ່ວາອີກ, ເພີ່ມທະວີປະສິດທິພາບ, ປະສິດທິຜົນໃນຂົງເຂດສາສະໜາ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບທາງສັງຄົມ, ສ້າງສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງຢູ່ທັງ 2 ປະເທດ.

        ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ຫວຽດນາມ - ກຳປູເຈຍ ຖືກດຳເນີນແຕ່ວັນທີ 11 – 15 ມັງກອນ 2019 ຢູ່ນະຄອນ ດ່າລາດ, ແຂວງ ເລີມດົ່ງ.

ຕອບກັບ

ນາງຫົ່ງ
ໂອ້, ພາສາແປແມ່ນນັກຂ່າວ vov5