ຫວຽດນາມ ເພີ່ມຂຶ້ນ 7 ຂັ້ນກ່ຽວກັບດັດຊະນີຄວາມກຽມພ້ອມ AI ທົ່ວໂລກ 2022

Chia sẻ
(VOVWORLD) -ບົດລາຍງານໄດ້ຕີລາຄາຄວາມກຽມພ້ອມ AI ຂອງລັດຖະບານ 181 ປະເທດໃນການຜັນຂະຫຍາຍຄຸດຂົ້ນນຳໃຊ້ AI ເພື່ອເຄື່ອນໄຫວ ແລະ ສະໜອງການບໍລິການຂອງຕົນ.
ຫວຽດນາມ ເພີ່ມຂຶ້ນ 7 ຂັ້ນກ່ຽວກັບດັດຊະນີຄວາມກຽມພ້ອມ AI ທົ່ວໂລກ 2022 - ảnh 1ຄວາມກຽມພ້ອມປັບຍາທຽມຂອງ ຫວຽດນາມ ຢືນອັນດັບທີ 55 ທົ່ວໂລກ
(ພາບປະກອບ: hanoimoi.com.vn)

        ວັນທີ 28 ທັນວາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ, ຕາມບົດລາຍງານກ່ຽວກັບດັດຊະນີຄວາມກຽມພ້ອມປັບຍາທຽມ (AI) ປີ 2022 ໂດຍ Oxford Insights (ລາຊະອານາຈັກ ອັງກິດ) ປະຕິບັດຫວ່າງມໍ່ໆມານີ້, ຫວຽດນາມ ຢືນອັນດັບທີ 55 ທົ່ວໂລກ ແລະ ຢືນອັນດັບທີ 6/10 ປະເທດໃນ ອາຊຽນ, ເພີ່ມຂຶ້ນ 7 ຂັ້ນເມື່ອທຽບໃສ່ປີ 2021. ບົດລາຍງານໄດ້ຕີລາຄາຄວາມກຽມພ້ອມ AI ຂອງລັດຖະບານ 181 ປະເທດໃນການຜັນຂະຫຍາຍຄຸດຂົ້ນນຳໃຊ້ AI ເພື່ອເຄື່ອນໄຫວ ແລະ ສະໜອງການບໍລິການຂອງຕົນ. ການຕີລາຄາອີງໃສ່ 3 ເສົາຄ້ຳ (ລັດຖະບານ, ລະດັບເຕັກໂນໂລຊີ, ພື້ນຖານໂຄງລ່າງ ແລະ ຖານຂໍ້ມູນ) ດ້ວຍ 10 ແງ່ມູມຂຶ້ນກັບກຸມພື້ນຖານໂຄງລ່າງ, ລັກສະນະຄວາມພ້ອມແລ້ວຂອງຂໍ້ມູນ, ລັກສະນະຕາງໜ້າຂອງຂໍ້ມູນ, ແຫຼ່ງຊັບພະຍາກອນມະນຸດ, ກຳລັງຄວາມສາມາດປ່ຽນແປງໃໝ່, ຂອບຂະໜາດ, ຄວາມສາມາດຮັບມື, ກຳລັງຄວາມສາມາດດ້ານເຕັກນິດດີຈີຕອນ…

ຕອບກັບ