ຫວຽດນາມ ເດນມາກ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ

Chia sẻ
(VOVWORLD) - ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະພາບສະເໜີ ບັນດາອົງການຂອງສອງປະເທດສົມທົບກັນຢ່າງແໜ້ນແຟ້ນ, ໝູນໃຊ້ບັນດາຜົນປະໂຫຍດຈາກສັນຍາການຄ້າເສລີ ຫວຽດນາມ - EU (EVFTA).
ຫວຽດນາມ ເດນມາກ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການເຮັດວຽກ
(ພາບ:VGP/Nhật Bắc)

ຕອນຄ່ຳວັນທີ 1 ພະຈິກ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ເດນມາກ Mette Frederiksen. ນະທີ່ນີ້, ນາຍົກລັດຖະມົນຕີ ສອງປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະ, ພົບປະຂັ້ນຕ່າງໆ, ຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ; ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ.

        ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະພາບສະເໜີ ບັນດາອົງການຂອງສອງປະເທດສົມທົບກັນຢ່າງແໜ້ນແຟ້ນ, ໝູນໃຊ້ບັນດາຜົນປະໂຫຍດຈາກສັນຍາການຄ້າເສລີ ຫວຽດນາມ - EU (EVFTA). ທ່ານນາຍົກລັດຖະມົນຕີ Mette Frederiksen ຢັ້ງຢືນຄວາມປາດຖະໜາຢາກຍົກລະດັບການພົວພັນສອງຝ່າຍ; ສົ່ງເສີມບັນດາວິສາຫະກິດ ເດນມາກ ເພີ່ມທະວີການຮ່ວມມືເສດຖະກິດ - ການລົງທຶນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ເດນມາກ ຍູ້ແຮງການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດ.

        ນາຍົກລັດຖະມົນຕີສອງທ່ານ ເນັ້ນໜັກເຖິງຄວາມຈຳເປັນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ, ແກ້ໄຂບັນດາການຂັດແຍ້ງກັນດ້ວຍມາດຕະການສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ. ສອງຝ່າຍເນັ້ນໜັກ ການສະໜັບສະໜູນຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ.

        ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການສ້າງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ - ເດນມາກ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກ ການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຈະປະກອບສ່ວນນຳການພົວພັນຮ່ວມມືສອງປະເທດກາຍເປັນແບບຢ່າງໃນການຮ່ວມມື ເໜືອ - ໃຕ້ ລະຫວ່າງບັນດາປະເທດພັດທະນາ ແລະ ພວມພັດທະນາກ່ຽວກັບການປະຕິບັດບັນດາຄຳໝັ້ນສັນຍາຫລຸດຜ່ອນອາຍພິດເຮືອນແກ້ວຕາມເປົ້າໝາຍຫລຸດອາຍພິດລົງລະດັບ 0 ໃນປີ 2050; ສ້າງບາດກ້າວບຸກທະລຸໃນການພົວພັນຮ່ວມມືເສດຖະກິດ, ເພີ່ມທະວີການລົງທຶນຕາມທິດເຕີບໂຕສີຂຽວ, ເສດຖະກິດໝູນວຽນ, ຫັນປ່ຽນພະລັງງານ…

ຕອບກັບ