ຫວຽດ​ນາມ ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ກຸ່ມ​ອາ​ຊີ - ປາ​ຊີ​ຟິກ ຢູ່ ສ​ປ​ຊ

Chia sẻ
(VOVWORLD) - ທ່ານ ດັ່ງຮ່ວາງຢາງ ຢັ້ງຢືນວ່າ ຫວຽດນາມ ຈະຮ່ວມມືກັບສະມາຊິກຕ່າງໆຢ່າງແໜ້ນແຟ້ນ ແລະ ມານະພະຍາຍາມເພື່ອປະຕິບັດສຳເລັດວຽກງານຂອງ ປະທານ.
ຫວຽດ​ນາມ ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ກຸ່ມ​ອາ​ຊີ - ປາ​ຊີ​ຟິກ ຢູ່ ສ​ປ​ຊ - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ວັນທີ 28 ມີນາ, ຢູ່ກອງປະຊຸມປະຈຳເດືອນຂອງກຸ່ມອາຊີ - ປາຊີຟິກ ຢູ່ ສປຊ (New York, ອາເມລິກາ) ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮັບຕຳແໜ່ງປະທານກຸ່ມ ໃນເດືອນເມສາ ປີ 2024. ໂດຍແມ່ນປະທານຂອງກຸ່ມພາກພື້ນ ທີ່ມີສະມາຊິກເປັນຫຼາຍຮູບຫຼາຍແບບທີ່ສຸດ ຢູ່ ສປຊ ດ້ວຍ 53 ປະເທດ, ຫວຽດນາມ ຈະຮັບຜິດຊອບແຈ້ງຂ່າວ ແລະ ປະສານການອອກສະໝັກຂອງກຸ່ມ ອາຊີ - ປາຊີຟິກເຂົ້າບັນດາຕຳແໜ່ງຢູ່ ອົງການຕ່າງໆຂອງ ສປຊ, ພ້ອມທັງເປັນເຈົ້າພາບຈັດການ, ປະສານງານບັນດາບັນຫາເກີດຂຶ້ນ, ຄວາມບໍ່ລົງລອຍກັນ ລະຫວ່າງບັນດາປະເທດໃນກຸ່ມ. ປະທານກໍ່ຈະຕາງໜ້າໃຫ້ກຸ່ມ ສະແດງຫຼັກໝັ້ນລວມຂອງ ກຸ່ມຢູ່ກອງປະຊຸມຈຳນວນໜຶ່ງ ຂອງ ສປຊ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ່ງຮ່ວາງຢາງ ຢັ້ງຢືນວ່າ ຫວຽດນາມ ຈະຮ່ວມມືກັບສະມາຊິກຕ່າງໆຢ່າງແໜ້ນແຟ້ນ ແລະ ມານະພະຍາຍາມເພື່ອປະຕິບັດສຳເລັດວຽກງານຂອງ ປະທານ.

ຕອບກັບ