ຫວຽດນາມ ຫວັງວ່າ ຍີ່ປຸ່ນ ຈະສືບຕໍ່ສວມບົດບາດນຳພາໃນການປັບປຸງລະບົບການຄ້າຫລາຍຝ່າຍ

Chia sẻ
(VOVWORLD) - ກອງປະຊຸມກວດການະໂຍບາຍການຄ້າຄັ້ງທີ 14 ຂອງ ຍີ່ປຸ່ນ ໄດ້ດຳເນີນໃນລະຫວ່າງວັນທີ 6 – 8 ກໍລະກົດ ຢູ່ສຳນັກງານອົງການການຄ້າໂລກ (WTO) ຢູ່ ເຊີແນວ, ປະເທດ ສະວິດ. 

ຜູ້ຕາງໜ້າ ຫວຽດນາມ, ທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, WTO ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.

ຫວຽດນາມ ຫວັງວ່າ ຍີ່ປຸ່ນ ຈະສືບຕໍ່ສວມບົດບາດນຳພາໃນການປັບປຸງລະບົບການຄ້າຫລາຍຝ່າຍ - ảnh 1 ທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ (ພາບ: TTXVN)

        ທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ ຢັ້ງຢືນວ່າ: ຫວຽດນາມ ຕີລາຄາສູງບົດບາດຂອງ ຍີ່ປຸ່ນ ໃນພື້ນຖານເສດຖະກິດທົ່ວໂລກ, ພາກພື້ນ ອາຊີ - ປາຊີຟິກ ແລະ ສຳລັບ ຫວຽດນາມ; ຊົມເຊີຍ ຍີ່ປຸ່ນ ແມ່ນໜຶ່ງໃນບັນດາສະມາຊິກທີ່ມີບົດບາດສຳຄັນໃນລະບົບການຄ້າຫລາຍຝ່າຍໂດຍອີງໃສ່ລະບຽບກົດໝາຍ, ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຊຸກຍູ້ບັນດາຄຳໝັ້ນສັນຍາຫັນການຄ້າ ແລະ ການລົງທຶນເປັນເສລີຢູ່ WTO ແລະ ບັນດາເວທີປາໄສສາກົນ ແລະ ບັນດາກົນໄກພາກພື້ນອື່ນໆ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍດ້ານການຄ້າທົ່ວໂລກ.

        ຫວຽດນາມ ຫວັງວ່າ ຍີ່ປຸ່ນ ຈະສືບຕໍ່ສວມບົດບາດນຳພາໃນການປັບປຸງລະບົບການຄ້າຫລາຍຝ່າຍ, ສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ປະກອບສ່ວນເຂົ້າໃນການພັດທະນາ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ທົ່ວໂລກ.

ຕອບກັບ