ຫວຽດນາມ ສະໜັບສະໜູນອົງການຊ່ວຍບັນເທົາທຸກ ແລະ ວຽກເຮັດງານທຳໃຫ້ຊາວລີ້ໄພ ປາແລດສະຕິນ ຢູ່ເຂດຕາເວັນອອກໃກ້ ຂອງ ສປຊ

ນັກ​ຂ່າວ VOV ປະ​ຈຳ ອາ​ເມ​ລິ​ກາ
Chia sẻ
(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນຄືໃນນັ້ນ, ໃນວັນທີ 13 ເມສາ, ຢູ່ນິວຢອກ, ປະເທດ ອາເມລິກາ, ໃນການຕ້ອນຮັບທ່ານນາງ Greta Gunnarsdottir, ຜູ້ອຳນວຍການອົງການຊ່ວຍບັນເທົາທຸກ ແລະ ວຽກເຮັດງານທຳໃຫ້ຊາວລີ້ໄພ ປາແລດສະຕິນ ຢູ່ເຂດຕາເວັນອອກໃກ້ຂອງສປຊ (UNRWA).
ຫວຽດນາມ ສະໜັບສະໜູນອົງການຊ່ວຍບັນເທົາທຸກ ແລະ ວຽກເຮັດງານທຳໃຫ້ຊາວລີ້ໄພ ປາແລດສະຕິນ ຢູ່ເຂດຕາເວັນອອກໃກ້ ຂອງ ສປຊ - ảnh 1ທ່ານນາງ Greta Gunnarsdottir  ແລະ ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ

ຫວຽດນາມ ກ່າວປະນາມທຸກໆການກະທຳໃຊ້ຄວາມຮຸນແຮງ ແນໃສ່ສາມັນຊົນ, ສະໜັບສະໜູນບັນດາຄວາມມານະພະຍາຍາມ ສາກົນເພື່ອແນໃສ່ບັນລຸຂໍ້ຕົກລົງຢຸດຍິງແບບຍືນຍົງ ແລະ ຍາວນານ ກໍ່ຄືສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳຢູ່ເຂດເກີດການປະທະກັນ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນຄືໃນນັ້ນ, ໃນວັນທີ 13 ເມສາ, ຢູ່ນິວຢອກ, ປະເທດ ອາເມລິກາ, ໃນການຕ້ອນຮັບທ່ານນາງ Greta Gunnarsdottir, ຜູ້ອຳນວຍການອົງການຊ່ວຍບັນເທົາທຸກ ແລະ ວຽກເຮັດງານທຳໃຫ້ຊາວລີ້ໄພ ປາແລດສະຕິນ ຢູ່ເຂດຕາເວັນອອກໃກ້ຂອງສປຊ (UNRWA).

ທ່ານເອກອັກຄະລັດຖະທູດ ດັັ້ງຮ່ວາງຢາງ ກໍ່ຢັ້ງຢືນນ້ຳໃຈສາມັກຄີຂອງ ຫວຽດນາມ ສຳລັບປະຊາຊົນ ປາແລດສະຕິນ; ສະແດງຄວາມວິຕົກວັງວົນກ່ຽວກັບສະພາບຄວາມເຄັ່່ງຕຶງແກ່ຍາວ ແລະ ວິນາດສະກຳມະນຸດສະທຳຢູ່ເຂດ ກາຊາ. ຫົວໜ້າຄະນະ ຫວຽດນາມ ຕີລາຄາສູງບົດບາດຂອງ ສປຊ ເວົ້າລວມ ແລະ ອົງການ UNRWA ເວົ້າສະເພາະ ໃນການຊຸກຍູ້ ແລະ ປະຕິບັດບັນດາຄວາມມານະພະຍາຍາມຊ່ວຍເຫຼືອມະນຸດສະທຳໃຫ້ແກ່ປະຊາຊົນ ປາແລດສະຕິນ.

ສ່ວນທ່ານນາງ Greta Gunnarsdottir ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງລັດຖະບານ ຫວຽດນາມ ໄດ້ປະກອບຈຳນວນເງິນ 500.000 ໂດລາສະຫະລັດ ເພື່ອໜູນຊ່ວຍມະນຸດສະທຳຮີບດ່ວນໃຫ້ແກ່ປະຊາຊົນ ປາແລດສະຕິນ ໂດຍຜ່ານອົງການ UNRWA. ທ່ານນາງ Greta Gunnarsdottir ປາດຖະໜາວ່າ ລັດຖະບານ ຫວຽດນາມ ສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳ ແລະ ພ້ອມກັນຊຸກຍູ້ການຢຸດຍິງຢູ່ເຂດກາຊາ.    

ຕອບກັບ