ຫວຽດ​ນາມ ຢູ່​ອັນ​ດັບ​ທີ 6 ໃນ​ອາ​ຊຽນ​ກ່ຽວ​ກັບ​ດັດ​​ຊະ​​ນີ​ກຽມ​ພ້ອມ AI

Chia sẻ

(VOVWORLD) -ປີ 2021, ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດແຫ່ງຊາດ ກ່ຽວກັບການຄົ້ນຄ້ວາພັດທະນາ ແລະ ໝູນໃຊ້ພູມປັນຍາປະດິດ (AI) ຮອດປີ 2030”, ພາຍຫຼັງທີ່ຍຸດທະສາດໄດ້ຮັບການປະກາດໃຊ້, ຫວຽດນາມ ໄດ້ ຜັນຂະຫຍາຍຫຼາຍການເຄື່ອນໄຫວເພື່ອປະຕິບັດຍຸດທະສາດດັ່ງກ່າວໃຫ້ປະກົດຜົນເປັນຈິງ.



ຫວຽດ​ນາມ ຢູ່​ອັນ​ດັບ​ທີ 6 ໃນ​ອາ​ຊຽນ​ກ່ຽວ​ກັບ​ດັດ​​ຊະ​​ນີ​ກຽມ​ພ້ອມ AI - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາຜູ້ແທນ ເຂົ້າຢ້ຽມຊົມບັນດາຜະລິດຕະພັນປະດິດຄິດສ້າງ (ພາບ: TTXVN)

ບົດລາຍງານກ່ຽວກັບດັດຊະນີ ກຽມພ້ອມດ້ານ ປັນຍາປະດິດ  (AI) ປີ 2021 ໄດ້ປະກາດໃນບົດລາຍງານ “Government AI Readiness Index” ໂດຍ Oxford Insights (ລາຊະອານາຈັກ ອັງກິດ) ສົມທົບກັບ ສູນຄົ້ນຄ້ວາພັດທະນາສາກົນ ການາດາ  (IDRC) ປະຕິບັດໄດ້ຊີ້ໃຫ້ເຫັນວ່າ: ຫວຽດນາມ ຢູ່ອັນດັບທີ 62 ໃນທົ່ວໂລກ ແລະ ຖືກຈັດຢູ່ອັນດັບທີ 6 ໃນ 10 ປະເທດ ອາຊຽນ, ເພີ່ມຂຶ້ນ 14 ຂັ້ນເມື່ອທຽບໃສ່ກັບການຈັດອັນດັບຂອງໂລກ ໃນປີ 2020 ແລະ ເພີ່ມຂຶ້ນ 1 ຂັ້ນໃນອາຊຽນ. ນີ້ແມ່ນປີທຳອິດ, ທີ່ຫວຽດນາມ ມີຄະແນນສະເລ່ຍບັນລຸ ລະດັບ 51,82 ຄະແນນ, ລື່ນກາຍຄະແນນສະເລ່ຍຂອງໂລກແມ່ນ 47,42 ຄະແນນ.

ປີ 2021, ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດແຫ່ງຊາດ ກ່ຽວກັບການຄົ້ນຄ້ວາພັດທະນາ ແລະ ໝູນໃຊ້ພູມປັນຍາປະດິດ (AI) ຮອດປີ 2030”, ພາຍຫຼັງທີ່ຍຸດທະສາດໄດ້ຮັບການປະກາດໃຊ້, ຫວຽດນາມ ໄດ້ ຜັນຂະຫຍາຍຫຼາຍການເຄື່ອນໄຫວເພື່ອປະຕິບັດຍຸດທະສາດດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ຕາມທ່ານ ຈຸວັນທັ໊ງ, ນັກຊ່ຽວຊານໃຫ້ຄຳປຶກສາໂຄງການຄູ່ຮ່ວມມືປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ - ອົດສະຕາລີ (Aus4Innovation) ແລ້ວ, ການເພີ່ມອັນດັບໄດ້ສະແດງໃຫ້ເຫັນວ່າ ການລົງທຶນຂອງ ລັດຖະບານບັນດາປະເທດ, ໃນນັ້ນການລົງທຶນເຂົ້າຂົງເຂດ AI ຂອງ ຫວຽດນາມ ແມ່ນໄປຖືກທິດ. ຕາຕະລາງຈັດອັນດັບແມ່ນພື້ນຖານເພື່ອຊ່ວຍໃຫ້ບັນດາລັດຖະບານໃນການສະໜອງການບໍລິການໃຫ້ແກ່ປະຊາຊົນ ນັບແຕ່ການເບິ່ງແຍງດູແລສຸຂະພາບ, ການສຶກສາ ຕະຫຼອດຮອດ ການຄົມມະນາຄົມ. AI ສາມາດປັບປຸງການສະໜອງບັນດາການບໍລິການສາທາລະນະ.

ຕອບກັບ