ຫວຽດນາມ ມອບສິດປະທານ ASOSAI ໃຫ້ແກ່ ໄທ

Chia sẻ
(VOVWORLD) -ASOSAI ແລະ ໄລຍະປົກກະຕິຕໍ່ໄປ: ຄວາມສາມາດຟື້ນຟູໃນບັນດາສິ່ງທ້າທາຍ
ຫວຽດນາມ ມອບສິດປະທານ ASOSAI ໃຫ້ແກ່ ໄທ - ảnh 1

ໃນຂອບເຂດກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດອາຊີ (ASOSAI) ຄັ້ງທີ 15, ກອງປະຊຸມຫົວເລ່ືອງສະເພາະ ASOSAI ຄັ້ງທີ 8 ດ້ວຍຫົວຂໍ້ “ASOSAI ແລະ ໄລຍະປົກກະຕິຕໍ່ໄປ: ຄວາມສາມາດຟື້ນຟູໃນບັນດາສິ່ງທ້າທາຍ” ໄດ້ດຳເນີນດ້ວຍຮູບການທາງໄກໃນວັນທີ 08 ກັນຍາ. ກອງປະຊຸມແມ່ນເພື່ອແນໃສ່ແບ່ງປັນບົດຮຽນ, ວິໄສທັດ ແລະ ທັດສະນະຂອງບັນດາສະມາຊິກ ASOSAI ຊ່ວຍໃຫ້ບັນດາສະມາຊິກຮັບມືໃນໄລຍະເກີດໂລກລະບາດ ແລະ ການກະກຽມພາຍຫຼັງໂລກລະບາດ.

ກ່ອນໜ້ານັ້ນ, ໃນມື້ເຮັດວຽກທຳອິດຂອງກອງປະຊຸມໃຫຍ່, ຕອນບ່າຍວັນທີ 07 ກັນຍາ, ທີ່ວາລະປະຊຸມຄົບຄະນະ, ທ່ານຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ ເຈິ່ນຊີ້ແທງ, ປະທານ ASOSAI ອາຍຸການ 2018 – 2021, ໄດ້ປະຕິບັດພິທີມອບສິດປະທານ ASOSAI ອາຍຸການ 2021 – 2024 ໃຫ້ແກ່ຫົວໜ້າອົງການກວດສອບແຫ່ງລັດໄທ. ກອງປະຊຸມໃຫຍ່ກໍ່ຮັບຮອງເອົາເລື່ອງສ້າງຕັ້ງກຸ່ມປະຕິບັດງານກ່ຽວກັບການກວດສອບບັນດາເປົ້າໝາຍແບບຍືນຍົງ ແລະ ກຸ່ມປະຕິບັດງານກ່ຽວກັບການກວດສອບຄຸ້ມຄອງວິກິດການຂອງ ASOSAI; ຮັບຮອງເອົາຖະແຫຼງການ Bangkok 2021.

ຕອບກັບ