ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ທີ່​ສັບ​ສົນ​ຢູ່ Bosnia-Herzegovina

Chia sẻ
(VOVWORLD) -        ວັນທີ 03 ພະຈິກ, ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສິ່ງທ້າທາຍ ເຊິ່ງ Bosnia-Herzegovina ພວມປະເຊີນໜ້າ ໃນການຊຸກຍູ້ແກ້ໄຂມາດຕະການທາງການເມືອງ ແລະ ປະຕິບັດສົນທິສັນຍາ Dayton ປີ 1995, ໃນນັ້ນ ມີຄວາມບໍ່ລົງລອຍກັນລະຫວ່າງປະຊາຄົມຕ່າງໆ ທີ່ວາລະປຶກສາຫາລືກ່ຽວກັບປະເທດນີ້.
ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ທີ່​ສັບ​ສົນ​ຢູ່ Bosnia-Herzegovina  - ảnh 1ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: Vietnam+)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການສັບສົນທີ່ສືບຕໍ່ເກີດຂຶ້ນຢູ່ Bosnia-Herzegovina ໃນນັ້ນ ມີການເພີ່ມຄວາມເຄັ່ງຕຶງລະຫວ່າງປະຊາຄົມຕ່າງໆ, ການຂາດຄວາມໄວ້ເນື້ອເຊື່ອໃຈ, ການເຈລະຈາ, ໄກ່ເກ່ຍ ມີຄວາມສ່ຽງອາດຈະກໍ່ສິ່ງທ້າທາຍຢ່າງໃຫຍ່ຫຼວງ ແລະ ຍາວນານ. ໃນສະພາບການນັ້ນ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ຖືວ່າ ຄວນເຄົາລົບຜົນປະໂຫຍດ ແລະ ຄວາມປາດຖະໜາຂອງປະຊາຊົນ, ເພື່ອສະຖຽນລະພາບດ້ານການເມືອງ, ພັດທະນາເສດຖະກິດ - ສັງຄົມຂອງ Bosnia-Herzegovina ກໍຄືຂອງພາກພື້ນ. ທ່ານເອກອັກຄະລັດຖະທູດ ກໍຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຢູ່ Bosnia-Herzegovina  ມານະພະຍາຍາມຜ່ານຜ່າຄວາມແຕກໂຕນກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ສັນຕິພາບ ແລະ ການໄກ່ເກ່ຍ, ການເຈລະຈາ ເພື່ອຜົນປະໂຫຍດຂອງປະຊາຊົນ, ພ້ອມທັງເນັ້ນໜັກວ່າ ຄວນເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ Bosnia-Herzegovina ພາຍໃຕ້ການໜູນຊ່ວຍຂອງ ສະພາຄວາມໝັ້ນຄົງ ສປຊ, ປະຊາຄົມສາກົນ ແລະ ອົງການຈັດຕັ້ງສາກົນ. ກ່ອນດຳເນີນວາລະປືກສາຫາລື, ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີຮັບຮອງເອົາມະຕິເລກທີ 2604 ວ່າດ້ວຍ ກຳລັງເອີຣົບ ປະຈຳ Bosnia-Herzegovina (EUFOR ALTHEA) ດ້ວຍບັດສະໜັບສະໜູນ 15 ບັດ, ຕາມນັ້ນແລ້ວ, ກຳລັງດັ່ງກ່າວ ຈະໄດ້ຕໍ່ກຳນົດເວລາໃຫ້ເຄື່ອນໄຫວຕື່ມອີກ 12 ເດືອນ ເພື່ອແນໃສ່ໜູນຊ່ວຍການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ປະເທດນີ້.

ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ