ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ຊ່ວຍ ສ​ະ​ຫະ​ພາບ​ເອີ​ລົບ ຕິດ​ພັນ​ກັບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

Chia sẻ
(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ສະເໜີໃຫ້ສອງຝ່າຍເຮັດໃຫ້ເສົາຄ້ຳລົງທຶນການຄ້າ ເລິກເຊິ່ງກ່ວາອີກ ໂດຍຜ່ານການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - EU (EVFTA).
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ຊ່ວຍ ສ​ະ​ຫະ​ພາບ​ເອີ​ລົບ ຕິດ​ພັນ​ກັບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ  ແລະ ທ່ານ Josep Borrell ຮອງປະທານຄະນະກຳມະການເອີລົບ (EC) (ພາບ: TTXVN)

ວັນທີ 26 ຕຸລາ, ຢູ່ Brussels (ແບນຊິກ), ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສປະຕູສູ່ທົ່ວໂລກ ຢູ່ ແບນຊິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ມີການເຮັດວຽກ ກັບທ່ານ Josep Borrell ຮອງປະທານຄະນະກຳມະການເອີລົບ (EC) ທັງເປັນຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບ ເອີລົບ ທີ່ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ; ໃຫ້ການຕ້ອນຮັບທ່ານ Wopke Hoeskstra ຂ້າຫຼວງໃຫຍ່ ຮັບຜິດຊອບດ້ານ ດິນຟ້າອາກາດ EU.

ທີ່ການພົບປະກັບທ່ານ Josep Borrell ຮອງປະທານ EC, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ສະເໜີໃຫ້ສອງຝ່າຍເຮັດໃຫ້ເສົາຄ້ຳລົງທຶນການຄ້າ ເລິກເຊິ່ງກ່ວາອີກ ໂດຍຜ່ານການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແລະ ບັນດາ ປະເທດສະມາຊິກ EU ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ ແລະ EU (EVIPA) ແລະ EC ຍົກເລີກບັດເຫຼືອງ IUU ໃຫ້ ຫວຽດນາມ ໂດຍໄວ.

ສ່ວນທ່ານ Josep Borrell ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ EU ຢູ່ພາກພື້ນ ອາຊີ, ທ່ານຕີລາຄາວ່າ ການພົວພັນ ຫວຽດນາມ -EU ມີການພັດທະນາຢ່າງຮອບດ້ານ, ເປັນຕົ້ນແມ່ນເສດຖະກິດ - ການຄ້າ ດ້ວຍເລື່ອງເສີມຂະຫຍາຍສັນຍາ EVFTA ເປັນຢ່າງດີທີ່ສຸດນັ້ນ ໄດ້ຊ່ວຍໃຫ້ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນ 20%ໃນປີ 2022. ກ່ຽວກັບ IUU, ທ່ານ Josep Borrell ໄດ້ຮັບຮູ້ ບັນດາຄວາມມານະພະຍາຍາມຢ່າງຕັ້ງໜ້າ ຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ສະເໜີໃຫ້ ຫວຽດນາມ ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດຢ່າງຄົບຖ້ວນບັນດາຂໍ້ສະເໜີແນະຂອງ EC ເພື່ອອາດສາມາດຍົກເລີກບັດເຫຼືອງໂດຍໄວ.

ທີ່ການຕ້ອນຮັບ ທ່ານ Wopke Hoeskstra ຂ້າຫຼວງໃຫຍ່ຮັບຜິດຊອບດ້ານ ດິນຟ້າອາກາດ EU, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ຫວຽດນາມ ມີຄວາມຕັດສິນໃຈ, ເປັນເຈົ້າການໃນການປະຕິບັດບັນດາຄຳໝັ້ນສັນຍາຢູ່ ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ສປຊໃນປີ 2021 (COP26).

ຕອບກັບ