ຫວຽດນາມ ປາດຖະໜາວ່າ ທະນາຄານໂລກຈະໃຫ້ຄໍາປຶກສາກ່ຽວກັບມາດຕະການປັບປຸງຍຸດທະສາດພັດທະນາ

Chia sẻ
(VOVWORLD) -   ວັນທີ 23 ກັນຍາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການສົນທະນາກັບທ່ານນາງ Pinelopi Koujianou Goldberg ຮອງປະທານຂັ້ນສູງ, ຫົວໜ້າຮັບຜິດຊອບດ້ານເສດຖະກິດຂອງທະນາຄານໂລກ ທີ່ພວມມີການປະຕິບັດງານຢູ່ຫວຽດນາມ. 
ຫວຽດນາມ ປາດຖະໜາວ່າ ທະນາຄານໂລກຈະໃຫ້ຄໍາປຶກສາກ່ຽວກັບມາດຕະການປັບປຸງຍຸດທະສາດພັດທະນາ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້   (ພາບ: VGP)

ສອງຝ່າຍໄດ້ປຶກສາຫາລື ແລະ ແບ່ງປັນກ່ຽວກັບດ້ານລົບ ແລະ ກາລະໂອກາດຈາກການປະຕິວັດອຸດສາຫະກໍາ 4.0 ສໍາລັບ ຫວຽດນາມ, ການລົງທຶນເຂົ້າແຫຼ່ງຊັບພະຍາກອນມະນຸດ, ບັນດານະໂຍບາຍຊຸກຍູ້ວິສາຫະກິດພາກເອກະຊົນ ເຂົ້າຮ່ວມການພັດທະນາວິທະຍາສາດ, ເຕັກໂນໂລຢີ, ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ປະສິດທິຜົນການອອກແຮງງານ ແລະ ລາຍຮັບຂອງຊາວຜູ້ອອກແຮງງານ...

        ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ເປົ້າໝາຍຂອງຫວຽດນາມ ແມ່ນຍາດແຍ່ງກາລະໂອກາດ ແລະ ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອກາຍເປັນປະເທດອຸດສາຫະກໍາມີລາຍຮັບປານກາງສູງໃນປີ 2030 ແລະ ກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045. ດັ່ງນັ້ນ, ທ່ານຮອງນາຍົກລັດຖະມົນຕີ  ກໍສະເໜີໃຫ້ທະນາຄານໂລກ ສືບຕໍ່ໃຫ້ການໜູນຊ່ວຍ, ໃຫ້ຄໍາປຶກສາ ເພື່ອໃຫ້ຫວຽດນາມ ສ້າງຍຸດທະສາດພັດທະນາໃຫ້ສົມບູນແບບໃນໄລຍະຈະມາເຖິງ ເພື່ອສາມາດເຂົ້າຮ່ວມ ແລະ ບືນຕົວຂຶ້ນໃນລະບົບມູນຄ່າທົ່ວໂລກ.

        ທ່ານນາງ Pinelopi Koujianou Goldberg ຮອງປະທານທະນາຄານໂລກ ໃຫ້ຮູ້ເຖິງ ຄວາມຄາດເດົາຍາກຂອງໂລກໃນປັດຈຸບັນ ບໍ່ພຽງແຕ່ແມ່ນສິ່ງທ້າທາຍຂອງຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນສິ່ງທ້າທາຍຂອງບັນດາປະເທດອື່ນໃນໂລກອີກດ້ວຍ. ເຖິງຢ່າງໃດກໍຕາມ, ບັນດາສິ່ງທ້າທາຍນັ້ນ ຈະນໍາມາເຊິ່ງກາລະໂອກາດ ແລະ ວິທີທີ່ດີ ເພື່ອໃຫ້ຫວຽດນາມຜ່ານຜ່າ ນັ້ນແມ່ນການລົງທຶນເຂົ້າໃນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ,ພ້ອມກັນນັ້ນ, ຫວຽດນາມ ຄວນສືບຕໍ່ປ່ຽນແປງໃໝ່ປະດິດຄິດສ້າງ, ຍົກສູງບົດບາດຂອງເສດຖະກິດເອກະຊົນໃນໄລຍະຈະມາເຖິງ. 

ຕອບກັບ