ຫວຽດ​ນາມ ປາດ​ຖະ​ໜ​າຢ​າກ​ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ​ໄທ​ຂຶ້ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ

Chia sẻ
(VOVWORLD) - ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໃສ ຂອງ ພະບາດສົມເດັດ ພະເຈົ້າຢູ່ຫົວວະຊິຣາລົງກອນ  , ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ໄທຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່ກ່ວາອີກໃນການສ້າງ ແລະ ພັດທະນາປະເທດຊາດ.
ຫວຽດ​ນາມ ປາດ​ຖະ​ໜ​າຢ​າກ​ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ​ໄທ​ຂຶ້ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ - ảnh 1ການພົບປະລະຫວ່າງສອງຝ່າຍ (ພາບ: VOV)

ຫວຽດນາມ ຍາມໃດກໍ່ຖືການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ເພີ່ມທະວີກັບ ໄທ ເປັນສຳຄັນ ແລະ ມີຄວາມປາດຖະໜາ ຢາກໃຫ້ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງໂດຍໄວ. ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ທີ່ການພົບປະກັບ ພະບາດສົມເດັດ ພະເຈົ້າຢູ່ຫົວ ມະຫາ ວະຊິຣາລົງກອນ  ແລະ ພະລາຊິນີ ແຫ່ງຣາຊະອານາຈັກໄທ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 8 ທັນວາ ຢູ່ນະຄອນຫຼວງ ບາງກອກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໃສ ຂອງ ພະບາດສົມເດັດ ພະເຈົ້າຢູ່ຫົວວະຊິຣາລົງກອນ  , ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ໄທຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່ກ່ວາອີກໃນການສ້າງ ແລະ ພັດທະນາປະເທດຊາດ, ມີບົດບາດທີ່ນັບມື້ນັບສູງຂຶ້ນໃນພາກພື້ນ ແລະ ທົ່ວໂລກ.

ສ່ວນ ພະບາດສົມເດັດ ພະເຈົ້າຢູ່ຫົວ ມະຫາ ວະຊິຣາລົງກອນ  ໄດ້ເນັ້ນໜັກວ່າ ພະບໍລົມວົງສານຸວົງ ແລະ ລັດຖະບານ ໄທ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ໄທ, ສະໜັບສະໜູນ ແລະ ພັດທະນາວັດທະນະທຳ, ພາສາ ຫວຽດ ຢູ່ໄທ.

ຕອບກັບ