ຫວຽດນາມ ປາດຖະໜາ ບັນດານັກອຸປະຖໍາສາກົນ ສືບຕໍ່ໃຫ້ການໜູນຊ່ວຍຫວຽດນາມ

Chia sẻ
(VOVWORLD) -ຫວຽດນາມ ຖືເປັນສໍາຄັນ ແລະ ປາດຖະໜາໃຫ້ບັນດານັກອຸປະຖໍາ ສືບຕໍ່ໃຫ້ການໜູນຊ່ວຍ, ຫັນການສໍາຜັດກັບບັນດາແຫຼ່ງທຶນຈາກຕ່າງປະເທດເປັນຫຼາຍຮູບຫຼາຍແບບ ໃຫ້ເໝາະສົມກັບບັນດາການກໍານົດທິດບຸລິມະສິດຂອງລັດຖະບານ
ຫວຽດນາມ ປາດຖະໜາ ບັນດານັກອຸປະຖໍາສາກົນ ສືບຕໍ່ໃຫ້ການໜູນຊ່ວຍຫວຽດນາມ - ảnh 1ທີ່ການຕ້ອນຮັບ (ພາບ: baoquocte.vn) 

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນການການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມ ແລະ ທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດ ທະນາຄານໂລກ ປະຈໍາ ຫວຽດນາມ ທັງເປັນປະທານກຸ່ມເອກອັກຄະລັດຖະທູດບັນດາປະເທດ ກ່ຽວກັບການຮ່ວມມືພັດທະນາ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ພ້ອມດ້ວຍບັນດາການນໍາ ໄດ້ປຶກສາຫາລືກ່ຽວກັບສະພາບການປ່ອຍທຶນໃຫ້ບັນດາໂຄງການທີ່ນໍາໃຊ້ທຶນ ODA ໃນໄລຍະຜ່ານມາ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນ ແລະ ປາດຖະໜາໃຫ້ບັນດານັກອຸປະຖໍາ ສືບຕໍ່ໃຫ້ການໜູນຊ່ວຍ, ຫັນການສໍາຜັດກັບບັນດາແຫຼ່ງທຶນຈາກຕ່າງປະເທດເປັນຫຼາຍຮູບຫຼາຍແບບ ໃຫ້ເໝາະສົມກັບບັນດາການກໍານົດທິດບຸລິມະສິດຂອງລັດຖະບານ ແລະ ຄວາມເອົາໃຈໃສ່ຂອງບັນດານັກອຸປະຖໍາ.  ທ່ານ ຟ້າມບິ່ງມິງ ກໍໃຫ້ຮູ້ວ່າ ໄລຍະຈະມາເຖິງ ລັດຖະບານ ຫວຽດນາມ ຈະສືບຕໍ່ປັບປຸງ, ອໍານວຍຄວາມສະດວກໃຫ້ແກ່ບັນດາຂັ້ນຕອນຮັບທຶນ ODA, ທຶນກູ້ຢືມບຸລິມະສິດ.

ຕອບກັບ