ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: ຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກແມ່ນຈະແຈ້ງ ແລະ ມີຄວາມສະເໝີຕົ້ນສະເໝີປາຍ.
ທ່ານນາງ ເລທິທູຮັ່ງ |
ຫວຽດນາມ ມີພື້ນຖານນິຕິກຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະ ຮ່ວາງຊາ ແລະ ໝູ່ເກາະ ເຈື່ອງຊາ, ກໍ່ຄືອະທິປະໄຕ, ສິດອະທິປະໄຕ, ສິດພິພາກສາສຳລັບບັນດາເຂດທະເລ ທີ່ໄດ້ ກຳນົດຢ່າງ ເໝາະສົມກັບຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຕາມນັ້ນແລ້ວ, ຫວຽດນາມ ບໍ່ຮັບຮູ້ບໍ່ວ່າການຮຽກສິດທາງທະເລໃດໆຂອງ ຈີນ ທີ່ອີງໃສ່ “ເສັ້ນ 9 ຕອນ” ຂອງ ຈີນ ຢູ່ທະເລຕາເວັນອອກ.