ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໃນຊຸມຊົນມາໄດ້ 58 ມື້ແລ້ວ

Chia sẻ
(VOVWORLD) - ຕາມຂໍ້ມູນຂ່າວຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ:

 ໄລ່ຮອດເວລາ 6 ໂມງເຊົ້າວັນທີ 12 ມິຖຸນາ, ຫວຽດນາມ ຍັງມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 6 ຄົນມີຜົນກວດເປັນບວກກັບໄວຣັດ SARS-CoV-2 ໃນຈຳນວນ 10 ຄົນທີ່ກຳລັງປິ່ນປົວຢູ່ 6 ຮາກຖານສາທາລະນະສຸກ, ສ່ວນຫລາຍມີອາການດີຂຶ້ນ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໃນຊຸມຊົນມາໄດ້ 58 ມື້ແລ້ວ.        ມາຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ-19 ຫາຍດີເປັນປົກກະຕິແມ່ນ 323/333 (ກວມເອົາ 97% ໃນຈຳນວນຜູ້ຕິດເຊື້ອໂຄວິດ-19 ທັງໝົດຢູ່ ຫວຽດນາມ).

ຕອບກັບ