ທ່ານ Chang – Hee Lee ຫົວໜ້າຫ້ອງການ ILO ປະຈຳ ຫວຽດນາມ |
ເລື່ອງເຂົ້າຮ່ວມ ແລະ ປະຕິບັດ 2 ສົນທິສັນຍານີ້ ໄດ້ປະກອບສ່ວນສະແດງໃຫ້ເຫັນຄຳໝັ້ນສັນຍາສາກົນຂອງ ຫວຽດນາມ ໃນຂົງເຂດແຮງງານ. ເມື່ອຕີລາຄາກ່ຽວກັບເຫດການນີ້, ທ່ານ Chang – Hee Lee ຫົວໜ້າຫ້ອງການ ILO ປະຈຳ ຫວຽດນາມ ຖືວ່າ:
“ເລື່ອງເຂົ້າຮ່ວມ 2 ສົນທິສັນຍານີ້ ໄດ້ພິສູດໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການລົບລ້າງການຈຳແນກການປະພຶດ ກໍ່ຄືເພີ່ມທະວີກາລະໂອກາດໃຫ້ຜູ້ອອກແຮງງານທັງໝົດ. ສົນທິສັນຍາ 2 ສະບັບນີ້ ລ້ວນແຕ່ເໝາະສົມກັບສະພາບການປັດຈຸບັນຂອງ ຫວຽດນາມ. ວິວັດການຫັນເສດຖະກິດຂອງ ຫວຽດນາມ ເປັນທັນສະໄໝ ຮຽກຮ້ອງຕ້ອງການສ້າງບັນດາກົນໄກຢ່າງເປັນທາງການ ເພື່ອສາມາດເຊື່ອມຕໍ່ວຽກງານຢ່າງມີປະສິດທິຜົນກ່ວາ.”
ສົນທິສັນຍາເລກທີ 88 ແລະ ສົນທິສັນຍາເລກທີ 159 ຂອງອົງການແຮງງານສາກົນສຳລັບ ຫວຽດນາມ ຈະມີຜົນສັກສິດຕາມລຳດັບໃນເດືອນ ມັງກອນ ແລະ ເດືອນ ມີນາ 2020.