ຫວຽດນາມ ຕັ້ງໜ້າຕອບສະໜອງວັນບໍລິຈາກເລືອດໃນໂລກ

Chia sẻ
(VOVWORLD) -  ວັນທີ 14 ມິຖຸນາ ແມ່ນວັນ “ບໍລິຈາກເລືອດໃນໂລກ”. ນີ້ແມ່ນໂອກາດເພື່ອເຊີດຊູການກະທຳອັນສູງສົ່ງຂອງຜູ້ບໍລິຈາກເລືອດ, ເຊິ່ງໄດ້ກູ້ເອົາຊີວິດໃຫ້ຄົນເຈັບໃນໂລກນັບຫລາຍລ້ານຄົນໃນແຕ່ລະປີ. ຢູ່ຫວຽດນາມ, ມີການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ ພວມດຳເນີນໄປ.
ຫວຽດນາມ ຕັ້ງໜ້າຕອບສະໜອງວັນບໍລິຈາກເລືອດໃນໂລກ - ảnh 1 (ພາບປະກອບ/TTXVN)

ວັນທີ 13 ມິຖຸນາ, ທີ່ວັດ ກ໊ວານຊື - ສຳນັກງານສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ, ຄະນະປະຈຳສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ສົມທົບກັບສູນກາງສະພາກາແດງ ຫວຽດນາມ ແລະ ສະຖາບັນໂລຫິດສາດ - ສົ່ງເລືອດສູນກາງ ຈັດຕັ້ງວັນບຸນ “ບໍລິຈາກເລືອດກູ້ເອົາຊີວິດ”.

ເຂົ້າຮ່ວມເຫດການດັ່ງກ່າວມີບັນດາຜູ້ມີຍົດຖາບັນດາສັກສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ພະສົງສຳມະເນເນ, ພຸດທະສາສະນິກກະຊົນປະມານ 300 ຄົນສະໝັກໃຈເຂົ້າຮ່ວມການບໍລິຈາກເລືອດມະນຸດສະທຳ. ໃນລະຫວ່າງວັນທີ 13 – 14 ມິຖຸນາ, ຄະນະຊີ້ນຳການບໍລິຈາກເລືອດສະໝັກໃຈນະຄອນ ຫາຍຟ່ອງ ຈັດຕັ້ງວັນບຸນບໍລິຈາກເລືອດ ແລະ ເຊີດຊູຜູ້ບໍລິຈາກເລືອດດີເດັ່ນປີ 2020 ຢູ່ມະຫາວິທະຍາໄລການແພດການຢາ ຫາຍຟ່ອງ.

ຕອບກັບ