ພັກ​, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ​ເບິ່ງ​ແຍງ​ເປັນ​ພິ​ເສດເຖິງພາ​ລະ​ກິດ​ປົກ​ປ້ອງ, ເບິ່ງ​ແຍງ, ສຶກ​ສາ​ເດັກ

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 29 ກັນຍາ, ໃນກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 2 - ປີ 2024 ສືບຕໍ່ໄດ້ດຳເນີນໃນຫໍສະພາແຫ່ງຊາດ, ດ້ວຍການເຂົ້າຮ່ວມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ.
ພັກ​, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ​ເບິ່ງ​ແຍງ​ເປັນ​ພິ​ເສດເຖິງພາ​ລະ​ກິດ​ປົກ​ປ້ອງ, ເບິ່ງ​ແຍງ, ສຶກ​ສາ​ເດັກ - ảnh 1ທ່ານປະທານສະພາແຫ່ງຊາດ  ແລະ ອະດີດປະທານສະພາແຫ່ງຊາດ ຫວຽດນາມ ຖ່າຍຮູບພ້ອມກັບ "ສະມາຊິກສະພາແຫ່ງຊາດເດັກສົມມຸດຖານ" (ພາບ: VOV)

ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍການກ່ຽວກັບໝາກຜົນແກ້ໄຂບັນດາເນື້ອໃນ, ຂໍ້ສະເໜີແນະຂອງເດັກໃນກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 1 ປີ 2023; ວຽກງານກະກຽມໃຫ້ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 2 - ປີ 2024 ແລະ ບັນດາການເຄື່ອນໄຫວດຳເນີນໃນກອງປະຊຸມລະຫວ່າງວັນທີ 27 – 28 ກັນຍາ. ໃນວາລະຊັກຖາມ, ບັນດາສະມາຊິກແຫ່ງຊາດເດັກສົມມຸດຖານ ໄດ້ຍົກອອກຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງໄວເດັກ ຢູ່ທ້ອງຖິ່ນ ດ້ວຍ 2 ບັນຫາ “ປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນໂຮງຮຽນ” ແລະ “ປ້ອງກັນ, ຕ້ານຜົນຮ້າຍຢ້ອນຫຼັງຈາກຢາສູບ, ທາດກະຕຸ້ນ, ໂດຍສະເພາະແມ່ນໃນໂຮງຮຽນ”, ຊີ້ແຈ້ງບັນດາບັນຫາເຊິ່ງ “ຜູ້ມີສິດເລືອກຕັ້ງໄວເດັກ” ທົ່ວປະເທດມີຄວາມສົນໃຈ. ພາຍຫຼັງວາລະຊັກຖາມ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ແລກປ່ຽນກັບສະມາຊິກສະພາແຫ່ງຊາດເດັກ ກ່ຽວກັບ 2 ຫົວຂໍ້ຂອງກອງປະຊຸມ.

        ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນວ່າ ພັກ, ລັດຫວຽດນາມ ຍາມໃດກໍເອົາໃຈໃສ່, ເບິ່ງແຍງເຖິງພາລະກິດປົກປ້ອງ, ເບິ່ງແຍງ, ສຶກສາເດັກເປັນພິເສດ. ທ່ານຖືວ່າ ຫຼາຍຄຳຖາມ, ຂໍ້ສະເໜີແນະ, ມາດຕະການເຊິ່ງພວກນ້ອງໄດ້ຍົກອອກມາແມ່ນສົມເຫດສົມຜົນ, ເລີ່ມມາຈາກພຶດຕິກຳຕົວຈິງ. ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະຈະຄົ້ນຄວ້າໃນວິວັດການຮຽບຮຽງ, ປະກາດໃຊ້ນະໂຍບາຍ, ກົດໝາຍ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງເດັກ.

 

ຕອບກັບ