ຫວຽດ​ນາມ - ​ດາວດວງ ​ ​ໃໝ່​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ

Chia sẻ
(VOVWORLD) - ປັດຈຸບັນ, ຫວຽດນາມ ພວມລົງທຶນຫຼາຍເຂົ້າການພັດທະນາພື້ນຖານໂຄງລ່າງ ແລະ ໄດ້ກາຍເປັນສູນຜະລິດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.
ຫວຽດ​ນາມ - ​ດາວດວງ ​ ​ໃໝ່​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ - ảnh 1ການເຄື່ອນໄຫວສົ່ງອອກນຳເຂົ້າຂອງ ຫວຽດນາມ (ພາບ: TTXVN)

ຫວ່າງແລ້ວນີ້, ອົງການພັດທະນາການສົ່ງອອກ (EDC) ຂອງລັດຖະບານ ການາດາ ມີບົດຂຽນ “ດຳເນີນທຸລະກິດ ຢູ່ ຫວຽດນາມ: ຍາດແຍ່ງໂອກາດຢູ່ ດາວດວງທີ່ພວມພົ້ນເດັ່ນຂຶ້ນຢູ່ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ”, ໃນນັ້ນ ທ່ານ Carol Fragiskos ນັກຊ່ຽວຊານ ກ່ຽວກັບການຄ້າສາກົນ ເນັ້ນໜັກວ່າ ຕັ້ງຍຸດທະສາດຂອງ ຫວຽດນາມ ໄດ້ເຮັດໃຫ້ປະເທດນີ້ກາຍເປັນສູນຈຳໜ່າຍ ແລະ ພະລາທິການ ທີ່ດີ. ໃນບົດຂຽນ, ຜູ້ຂຽນ ໄດ້ໃຫ້ຂໍ້ສັງເກດວ່າ ໂດຍ ອີງຕາມຂໍ້ມູນຂອງ World Economics ແລ້ວ,  ໃນ 10 ປີຜ່ານມາ, ອັດຕາເຕີບໂຕປະຈຳປີ ຂອງ ຫວຽດນາມ ແມ່ນສູງກ່ວາ 8%. ຜູ້ຂຽນໄດ້ເນັ້ນໜັ້ກວ່າ ດ້ວຍຕົວເລກຄືດັ່ງກ່າວ, ບໍ່ມີຫຍັງທີ່ເປັນໜ້າປະຫຼາດໃຈ ເມື່ອ EDC ເລືອກເອົາ ຫວຽດນາມ ເພື່ອສ້າງຫ້ອງການຕາງໜ້າອີກແຫ່ງໜຶ່ງຢູ່ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ຄາດວ່າ ຫ້ອງການ ຈະເປີດຕົວໃນໄຕມາດທີ 3 ປີ 2024, ໂດຍທ່ານ Nathan Nelson ຫົວໜ້າຜູ້ຕາງໜ້າຄົນທຳອິດຂອງ EDC ປະຈຳ ຫວຽດນາມ ນຳໜ້າ. ທ່ານ Nathan Nelson ຕີລາຄາວ່າ ປັດຈຸບັນ, ຫວຽດນາມ ພວມລົງທຶນຫຼາຍເຂົ້າການພັດທະນາພື້ນຖານໂຄງລ່າງ ແລະ ໄດ້ກາຍເປັນສູນຜະລິດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ເພາະສະນັ້ນ, EDC ໄດ້ສຸມໃສ່ການກຳນົດບັນດາໂຄງການພື້ນຖານໂຄງລ່າງ ແລະ ການຜະລິດທີ່ກ້າວໜ້າທີ່ເໝາະສົມທີ່ສຸດກັບຄວາມສາມາດຂອງ ການາດາ, ເພື່ອອາດຈະຊຸກຍູ້ການເຊື່ອມຕໍ່ ແລະ ສ້າງກຳລັງຄວາມສາມາດ.

ຕອບກັບ