ຫວຽດນາມ - ຍີ່ປຸ່ນ ແບ່ງປັນບົດຮຽນໃນການປ້ອງກັນຕ້ານໄພທຳມະຊາດ

Chia sẻ
(vovworld) -ກະຊວງ​ອຸດສາຫະກຳ ​ແລະ ພັດທະນາ​ຊົນ​ນະ​ບົດ ສົມທົບ​ກັບ​ສະຖານທູດ​ຍີ່ປຸ່ນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ແບ່ງປັນ​ບົດຮຽນ​...
ຫວຽດນາມ - ຍີ່ປຸ່ນ ແບ່ງປັນບົດຮຽນໃນການປ້ອງກັນຕ້ານໄພທຳມະຊາດ - ảnh 1
ໄພ​ທຳ​ມະ​ຊາດ
(ພາບປະກອບ)


(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ, ຕອນ​ເຊົ້າ​ວັນ​ທີ 13 ກັນຍາ, ຢູ່​ຮ່າ​ໂນ້ຍ, ກະຊວງ​ອຸດສາຫະກຳ ​ແລະ ພັດທະນາ​ຊົນ​ນະ​ບົດ ສົມທົບ​ກັບ​ສະຖານທູດ​ຍີ່ປຸ່ນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດຫວຽດນາມ - ຍີ່ປຸ່ນ ດ້ວຍ​ຫົວ​ຂໍ້​ວ່າ “ສະພາບ​ຟື້ນ​ຟູ​ພາຍຫຼັງ​ໄພ​ທຳ​ມະ​ຊາດ​ເຫດ​ແຜນ​ດິນ​ໄຫວ ​ແລະ ຄື້ນ​ຟອງຍັກ ທາງ​ທິດຕາ​ເວັນ​ອອກ​ຍີ່ປຸ່ນ ​ແລະ ຮ່ວມ​ມື​ປ້ອງ​ກັນ​ຕ້ານໄພ​ທຳ​ມະ​ຊາດ​ຂອງ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ JICA ຢູ່​ຫວຽດນາມ”.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ສົນ​ນະ​ບົດ ກາວ​ດຶ້ກຟ໋າດ ​ເນັ້ນ​ໜັກ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ເຄົາລົບ​ບັນດາ​ບົດຮຽນ​ຂອງ​ຍີ່ປຸ່ນ ​ໃນ​ການ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ປາດ​ຖະໜາ​ຢາກ​ຮໍ່າຮຽນ​ບັນດາ​ບົດຮຽນ​ນັ້ນ. ຫວຽດນາມ ກໍ່​ແບ່ງປັນ​ຄວາມ​ເສຍ​ຫາຍ​ຂອງ​ຊາວ​ຍີ່ປຸ່ນ ​ໃນ​ເຫດ​ແຜນ​ດິນ​ໄຫວ ​ແລະ ຄື້ນ​ຟອງຍັກ ທີ່​ເກີດ​ຂຶ້ນ​ເມື່ອ​ປີ 2011. ພ້ອມ​ທັງ​ເຄົາລົບ​ຄວາມ​ອົງອາດ​ກ້າ​ແກ່ນ​ຂອງ​ປະຊາຊົນ ​ແລະ ບັນດາ​ບົດຮຽນ​ຂອງ​ຍີ່ປຸ່ນ ​ໃນ​ການ​ຮັບ​ມື​ກັບໄພ​ທຳ​ມະ​ຊາດ ​ແລະ ຟື້ນ​ຟູ​ເຂດຮັບເຄາະຮ້າຍຄືນ​ໃໝ່​ພາຍຫຼັງ​ໄພພິບັດທຳມະຊາດ”.