ຫວຽດນາມ ຍົກສູງບັນດາຫຼັກການພື້ນຖານຂອງກົດໝາຍສາກົນທີ່ລະບຸໃນກົດບັດ ສປຊ

Chia sẻ
(VOVWORLD) - ຫວຽດນາມ ຍົກສູງບັນດາຫຼັກການພື້ນຖານຂອງກົດໝາຍສາກົນທີ່ໄດ້ລະບຸໃນກົດບັດ ສປຊ, ພິເສດແມ່ນຫຼັກການແກ້ໄຂຄວາມຂັດແຍ້ງສາກົນໂດຍສັນຕິວິທີ, ໃນນັ້ນ, ມີການແກ້ໄຂຄວາມຂັດແຍ້ງກັນຜ່ານບັນດາອົງການນິຕິກຳສາກົນ...
ຫວຽດນາມ ຍົກສູງບັນດາຫຼັກການພື້ນຖານຂອງກົດໝາຍສາກົນທີ່ລະບຸໃນກົດບັດ ສປຊ - ảnh 1ທ່ານເລຂາທິການໃຫຍ່ PCA Marcin Czepelk ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບ: Dương Giang/ TTXVN)

ຕອນບ່າຍວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Marcin Czepelak, ເລຂາທິການໃຫຍ່ຜູ້ປະຈຳການສານອະນຸຍາໂຕຕຸລາການ (PCA) ພວມຢູ່ຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຕີຕໍ່ທ່ານ Marcin Czepelak ທີ່ມາຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດໃນອາຍຸການເປັນເລຂາທິການໃຫຍ່ PCA, ເນື່ອງໃນໂອກາດເປີດສະຫຼອງຫ້ອງການ PCA ປະຈຳ ຮ່າໂນ້ຍ, ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍົກສູງບັນດາຫຼັກການພື້ນຖານຂອງກົດໝາຍສາກົນທີ່ໄດ້ລະບຸໃນກົດບັດ ສປຊ, ພິເສດແມ່ນຫຼັກການແກ້ໄຂຄວາມຂັດແຍ້ງສາກົນໂດຍສັນຕິວິທີ, ໃນນັ້ນ, ມີການແກ້ໄຂຄວາມຂັດແຍ້ງກັນຜ່ານບັນດາອົງການນິຕິກຳສາກົນ. ຫວຽດນາມ ຖືເປັນສຳຄັນ ແລະ ຕີລາຄາສູງບົດບາດຂອງ PCA ໃນການໜູນຊ່ວຍປະເທດຊາດແກ້ໄຂການຂັດແຍ້ງສາກົນໂດຍສັນຕິວິທີ ດ້ວຍບັນດາລະບຽບການຂອງສານອະນຸຍາໂຕຕຸລາການ, ໃນນັ້ນມີການຂັດແຍ້ງທີ່ກ່ຽວຂ້ອງເຖິງການອະທິບາຍ ແລະ ໝູນໃຊ້ສົນທິສັນຍາ ກົດໝາຍວ່າດ້ວຍທະເລປີ 1982.

        ສ່ວນທ່ານ Marcin Czepelak ໄດ້ຕີລາຄາສູງຄຳໝັ້ນສັນຍາ ແລະ ບົດບາດ, ສຽງເວົ້າຂອງ ຫວຽດນາມ ໃນການຊຸກຍູ້ການເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ. ດ້ວຍການໜູນຊ່ວຍຫ້ອງການ PCA ປະຈຳ ຫວຽດນາມ, ທ່ານເລຂາທິການໃຫຍ່ PCA ສະແດງຄວາມຫວັງວ່າ ຫ້ອງການ PCA ປະຈຳ ຮ່າໂນ້ຍ ຈະແມ່ນຂົວເຊື່ອມຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍກ່ວາອີກ.

ຕອບກັບ