ຫວຽດນາມ ຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ວາງອອກ

Chia sẻ
(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ເບລາຣຸດ, ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ເບລາຣຸດ ໃນທຸກຂົງເຂດ.
ຫວຽດນາມ ຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ວາງອອກ - ảnh 1ທີ່ການຕ້ອນຮັບ
(ພາບ: TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ທີ່ການຕ້ອນຮັບທ່ານຮອງປະທານ ສະພາສູງ ເບລາຣຸດ Siarhei Khamenka ມາ ຫວຽດນາມ ເຂົ້າຮ່ວມງານສົບລະດັບຊາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ວາງອອກ, ຍາມໃດກໍ່ຖືເປັນສຳຄັນ ແລະ ພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ເບລາຣຸດ.

ໃນຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຂອງການນຳລັດ ແລະ ປະຊາຊົນ ເບລາຣຸດ ມາຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານຮອງປະທານສະພາສູງ ເບລາຣຸດ Siarhei Khamenka, ເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄປຈາກ, ປະເທດ ເບລາຣຸດ ໄດ້ສູນເສຍເພື່ອນຜູ້ທີ່ດີ, ຜູ້ມີການປະກອບສ່ວນຫຼາຍຢ່າງໃນການພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ.

ຕອບກັບ