ຫວຽດນາມ ຄ້ວາໄດ້ລາງວັນຊະນະເລີດໃນງານແຂ່ງຂັນບານສົ່ງຊາຍກອງທັບບັນດາປະເທດ ອາຊຽນ ປີ 2023

Chia sẻ
(VOVWORLD) - ທິມບານສົ່ງຊາຍກອງທັບ ຫວຽດນາມ ສາມາດຄ້ວາໄດ້ລາງວັນທີ 1; ທິມບານສົ່ງຊາຍກອງທັບລາຊະອານາຈັກ ໄທ ຄ້ວາໄດ້ລາງວັນທີ 2 ແລະ ທິມບານສົ່ງຊາຍກອງທັບ ອິນໂດເນເຊຍ ຄ້ວາໄດ້ລາງວັນທີ 3.
ຫວຽດນາມ ຄ້ວາໄດ້ລາງວັນຊະນະເລີດໃນງານແຂ່ງຂັນບານສົ່ງຊາຍກອງທັບບັນດາປະເທດ ອາຊຽນ ປີ 2023 - ảnh 1ພາບປະກອບ

ຕອນຄ່ຳວັນທີ 8 ຕຸລາ, ງານແຂ່ງຂັນຮອບຊິງຊະນະເລີດ ແລະ ຊິງລາງວັນທີ່ 3 ຂອງການແຂ່ງຂັນບານສົ່ງຊາຍກອງທັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປີ 2023 ໄດ້ຖືກຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ. ພາຍຫຼັງເອົາຊະນະຕໍ່ທິມກອງທັບລາຊະອານາຈັກ ໄທ 3 – 1 ເຊັດ ໃນຮອບຊິງຊະນະເລີດ, ທິມບານສົ່ງຊາຍກອງທັບ ຫວຽດນາມ ສາມາດຄ້ວາໄດ້ລາງວັນທີ 1; ທິມບານສົ່ງຊາຍກອງທັບລາຊະອານາຈັກ ໄທ ຄ້ວາໄດ້ລາງວັນທີ 2 ແລະ ທິມບານສົ່ງຊາຍກອງທັບ ອິນໂດເນເຊຍ ຄ້ວາໄດ້ລາງວັນທີ 3.

        ງານແຂ່ງຂັນບານສົ່ງຊາຍກອງທັບບັນດາປະເທດ ອາຊຽນ ປີ 2023 ຖືກຈັດຂຶ້ນໃນວັນທີ 3 – 8 ຕຸລາ, ດ້ວຍການເຂົ້າຮ່ວມຂອງ 7 ທິມຕາງໜ້າໃຫ້ກອງທັບບັນດາປະເທດ: ກຳປູເຈຍ, ລາວ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ໄທ ແລະ ປະເທດເຈົ້າພາບ ຫວຽດນາມ.

ຕອບກັບ