ຫວຽດນາມ ຄັດຄ້ານ ແລະ ປະຕິເສດທຸກຄຳຮຽກສິດທີ່ໄປຝືນກັບກົດໝາຍສາກົນຢູ່ທະເລຕາເວັນອອກ

Chia sẻ
(VOVWORLD) - ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ
ຫວຽດນາມ ຄັດຄ້ານ ແລະ ປະຕິເສດທຸກຄຳຮຽກສິດທີ່ໄປຝືນກັບກົດໝາຍສາກົນຢູ່ທະເລຕາເວັນອອກ - ảnh 1ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

        ວັນທີ 23 ມີນາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບທັດສະນະຂອງ ຫວຽດນາມ ສຳລັບການກ່າວຄຳເຫັນຂອງໂຄສົກກະຊວງການຕ່າງປະເທດ ຈີນ ອາງເວີນບິນ ໃນວັນທີ 14 ມີນາ ແລະ ຖະແຫຼງການຂອງກະຊວງການຕ່າງປະເທດ ຟີລິບປິນ ໃນວັນທີ 17 ມີນາ ກ່ຽວກັບທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ: ຄືດັ່ງຢືນຢັນເປັນຫຼາຍຄັ້ງແລ້ວວ່າ, ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ, ກໍ່ຄືອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານ ສຳລັບບັນດາເຂດທະເລຂອງ ຫວຽດນາມ ເຊິ່ງໄດ້ກຳນົດສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

        ກ່ຽວຂ້ອງເຖິງບັນດາຄຳຮຽກສິດຢູ່ທະເລຕາເວັນອອກໄປຝືນກັບກົດໝາຍສາກົນ, ລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ຍາມໃດຫຼັກໝັ້ນຂອງ ຫວຽດນາມ ກໍ່ຈະແຈ້ງ, ສະເໝີຕົ້ນສະເໝີປາຍ ແລະ ໄດ້ຮັບການຢັ້ງຢືນເປັນຫຼາຍເທື່ອແລ້ວ, ຕາມນັ້ນແລ້ວ, ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ປະຕິເສດທຸກຄຳຮຽກສິດນີ້.

        ຫວຽດນາມ ປາດຖະໜາວ່າ, ບັນດາປະເທດທີ່ກ່ຽວຂ້ອງ ຈະເຄົາລົບ ແລະ ປະຕິບັດບັນດາຂໍ້ກຳນົດຂອງ UNCLOS 1982 ຢ່າງແທ້ຈິງ, ພ້ອມກັນປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊອກຫາມາດຕະການແກ້ໄຂພື້ນຖານ, ຍາວນານຢູ່ທະເລຕາເວັນອອກ.

ຕອບກັບ