ສ.ເກົາຫຼີສະເໜີເວລາຈັດການເຈລະຈາຂັ້ນສູງກັບສປປ.ເກົາຫຼີ

Chia sẻ
ປະ​ເທດນີ້​ໄດ້​ສະ​ເໜີ​ດຳ​ເນີນ​ການ​ເຈ​ລະ​ຈາ​ຂັ້ນ​ສູງ​ກັບ ສປ​ປ. ເກົາຫຼີ ໃນ​ວັນ​ທີ 30/10 ຈະ​ມາ​ເຖິງ
ສ.ເກົາຫຼີສະເໜີເວລາຈັດການເຈລະຈາຂັ້ນສູງກັບສປປ.ເກົາຫຼີ - ảnh 1
ການ​ເຈ​ລະ​ຈາຂັ້ນ​ສູງ​ລະ​ຫວ່າງ ສ.ເກົາຫຼີ ແລະ ສ​ປ​ປ ເກົາຫຼີ ໃນ​ເດືອນ 2/2014
(ພາບ: Yonhap/TTXVN)

(vovworld) – ວັນ​ທີ 15/10, ກະ​ຊວງ​​ທ້ອນໂຮມ​​ຊາດຂອງ ສ. ເກົາຫຼີ ໃຫ້​ຮູ້​ວ່າ: ປະ​ເທດນີ້​ໄດ້​ສະ​ເໜີ​ດຳ​ເນີນ​ການ​ເຈ​ລະ​ຈາ​ຂັ້ນ​ສູງ​ກັບ ສປ​ປ. ເກົາຫຼີ ໃນ​ວັນ​ທີ 30/10 ຈະ​ມາ​ເຖິງ. ສະ​ຖານ​ທີ່​ດຳ​ເນີນ​ການ​ເຈ​ລະ​ຈາ​ແມ່ນ Tongigak, ​ເຊິ່ງ​ແມ່ນຕຶກ​ອາ​ຄານ​ບໍ​ລິ​ຫານ​ແຫ່ງ​ໜຶ່ງ​ຂອງ ສ​ປ​ປ. ເກົາຫຼີ ຢູ່​ບ້ານ​ຢຸ​ດ​ຮົບ Panmumjom. ປະ​ຈຸ​ບັນ, ພຽງ​ຢາງ ບໍ່​ທັນ​ມີ​ປະ​ຕິ​ກິ​ລິ​ຍາ​​ໃດໆກ່ຽວ​ກັບ​ຂໍ້​ສະ​ເໜີ​ດັ່ງ​ກ່າວ. ກ່ອນ​ໜ້ານັ້ນ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ໃນ​ການ​ຢ້ຽມ​ຢາ​ມ​ໂດຍ​ບັງ​ເອີນ​ຂອງ​ເຈົ້າ​ໜ້າ​ທີ ສ​ປ​ປ. ເກົາຫຼີ 3 ທ່ານ ໄປ​ຍັງ ສ. ເກົາຫຼີ​ໃນ​ວັນ​ທີ 4/10 ຜ່ານ​ມາ.