ສ.ເກົາຫຼີ,ສປປ.ເກົາຫຼີດຳເນີນຮອບເຈລະຈາທີ5ກ່ຽວກັບເຂດອຸດສາຫະກຳKaesong

Chia sẻ
ຮອບ​ເຈລະຈາ​​ໄດ້​ແບ່ງ​ເປັນ 2 ວາລະ​ປະຊຸມ​ເຊິ່ງລວມມີ: ວາລະ​ປະຊຸມ​ຄົບ​ຄະນະ ​ແລະ ວາລະ​ປະຊຸມ​ລະຫວ່າງ​ຫົວໜ້າ​ຄະນະ​ຜູ້ຕາງໜ້າ 2 ຝ່າຍ.
ສ.ເກົາຫຼີ,ສປປ.ເກົາຫຼີດຳເນີນຮອບເຈລະຈາທີ5ກ່ຽວກັບເຂດອຸດສາຫະກຳKaesong - ảnh 1
ການເຈລະຈາລະຫວ່າງ ສ. ເກົາຫຼີ ແລະ ສປປ. ເກົາຫຼີເມື່ອວັນທີ 13/3.
(ພາບ: Yonhap/TTXVN)

(vovworld) – ວັນທີ 26/6, ​ເຈົ້າ​ໜ້າ​ທີ່ ສປປ. ​ເກົາຫຼີ ​ແລະ ສ. ​ເກົ​າຫຼີ ​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​ທີ 5 ຂອງ​ຄະນະ​ກຳມະການ​ຄຸ້ມ​ຄ​ອງ​ເຂດ​ອຸດສາຫະກຳ Kaesong. ຮອບ​ເຈລະຈາ​​ໄດ້​ແບ່ງ​ເປັນ 2 ວາລະ​ປະຊຸມ​ເຊິ່ງລວມມີ: ວາລະ​ປະຊຸມ​ຄົບ​ຄະນະ ​ແລະ ວາລະ​ປະຊຸມ​ລະຫວ່າງ​ຫົວໜ້າ​ຄະນະ​ຜູ້ຕາງໜ້າ 2 ຝ່າຍ. ຝ່າຍ ພຽງ​ຢາງ ​ໄດ້​ເຮັດ​​ແຈ້ງ​ຫຼັກ​ໝັ້ນ​ ​ແລະ ບັນດາ​ຫຼັກການ​​ເພື່ອ​ຫັນ​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ຕັ້ງ​ຢູ່​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ​ນີ້​ເປັນ​ປົກກະຕິ. ບັນດາ​ບັນຫາ​ອື່ນ​ກໍ່​ໄດ້​ຍົກ​ອອກ​ມາ​ປຶກສາ​ຫາລື​ທີ່​ຮອບ​ເຈລະຈາ​ຄັ້ງ​ນີ້, ​ເຖິງ​ຢ່າງ​ໃດ​ກໍ່ຕາມ​ບໍ່​ທັນ​ມີ​ແຫຼ່ງຂ່າວ​ລະອຽດ​ເທື່ອ. ນອກຈາກ​ນັ້ນ, 2 ຝ່າ​ຍກໍ່​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ສົ່ງ​ເສີມ​ບັນດາ​ການ​ປຶກສາ​ຫາລື​ອື່ນໆໃນ​ອະນາຄົດ.