ສເກົາຫລີ,ອາເມລິກາເລີ່ມຕົ້ນຮອບເຈລະຈາກ່ຽວກັບOPCON

Chia sẻ
vovworld)- ບັນດາ​ເຈົ້າ​ຫນ້າ​ທີ່​ອະ​ວຸ​ໂສປ້ອງ​ກັນ​ປະ​ເທດ ສ​ເກົາຫລີ ​ແລະ ອາ​ເມ​ລິ​ກາ ​ເລີ່​ມຕົ້ນ​ການ​ເຈລະຈາ​ໃຫມ່ ຢູ່ ວໍ​ຊິງ​ຕັນ

ສເກົາຫລີ,ອາເມລິກາເລີ່ມຕົ້ນຮອບເຈລະຈາກ່ຽວກັບOPCON - ảnh 1
ພົນທະຫານສເກົາຫລີໄປລາດຕາເວັນ


(vovworld)- ບັນດາ​ເຈົ້າ​ຫນ້າ​ທີ່​ອະ​ວຸ​ໂສປ້ອງ​ກັນ​ປະ​ເທດ ສ​ເກົາຫລີ ​ແລະ ອາ​ເມ​ລິ​ກາ ​ເລີ່​ມຕົ້ນ​ການ​ເຈລະຈາ​ໃຫມ່ ຢູ່ ວໍ​ຊິງ​ຕັນ ​ໃນ​ວັນ​ທີ 6/8 ​ເພື່ອ​ກຳນົດ​ເວລາ​ໂຈະ​ການ​ມອບ​ສິດ​ບັນຊາ​ການ​ເຄື່ອນ​ໄຫວ​ໄລຍະ​ສະ​ໄຫມ​ສົງ​ຄາມ(OPCON) ຈາກ​ຝ່າຍ​ອາ​ເມ​ລິ​ກາ​​ໃຫ້​ແກ່ ສເກົາຫລີ. ຮອບ​ເຈລະຈາ ຄາດ​ວ່າ​ແກ່ຍາວ​ຮອດ​ວັນ​ທີ 7/8 ນີ້ ​ ມີຄວາ​ມໝາຍສຳຄັນ ​ເພາະວ່າ ນີ້​ອາດ​ຈະ​ແມ່ນ​ຮອບ​ເຈລະຈາ​ສຸດ​ທ້າຍ​ກ່ອນ​ທີ່ ອາ​ເມ​ລິ​ກາ ​ແລະ ສ​ເກົາຫລີ ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ປະຈຳ​ປີ​ຢູ່ ວໍ​ຊິງ​ຕັນ ​ໃນ​ເດືອນ 10 ຈະ​ມາ​ເຖິງ, ຊື່​ງ​ແມ່ນ​ຈຸດ​ເວລາ ສອງ​ຝ່າຍ​ຄາດ​ວ່າ​ຈະ​ປະກາດ​ຂໍ້​ຕົກລົງ​ໂຈະ​ການ​ມອບ​ໂອນ​ນີ້. ນີ້​ແມ່ນ​ຮອບ​ເຈລະຈາ​ທີ 2 ຊື່​ງສອງ​ປະ​ເທດ​ໄດ້​ຈັດ​ຕັ້ງຂຶ້ນ​ນັບ​ແຕ່​ເດືອນ 4 ​ເມື່ອ ທ່ານ​ນາງ ປະທານາທິບໍດີ ສ​ເກົາຫລີ Park Geun Hye ​ແລະ ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ: ​​ເວລາ​ມອບ​ໂອນ OPCON ຄາດ​ວ່າ ຈະ​ດຳ​ເນີນ​ໃນ​ປີ 2015 ອາດ​ຈະ​ໄດ້​ຮັບ​ການ​ພິຈາລະນາ​ຄືນ​ໃຫມ່. ການ​ນຳ​ສອງ​ທ່ານ ​ໄດ້​ຕົກລົງ​​ໃຫ້​ລັດຖະບານ​ສອງ​ປະ​ເທດ ກຳນົດ​ເວ​ລາ ​ແລະ ​ເງື່ອນ​ໄຂ​ເໝາະ​ສົມ​ໃຫ້​ແກ່​ວິວັດ​ການ​ມອບ​ໂອນ OPCON.

ຕອບກັບ