ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ອາຣັບບີ ຊາອຸດິ ຄົບຮອບ 89 ປີ, ວັນທີ 23 ກັນຍາ 2019, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນເຖິງ ພະມະຫາກະສັດ ທັງເປັນນາຍົກລັດຖະມົນຕີ ອາຣັບບີ ຊາອຸດິ Salman Bin Abdulaziz Al – Saud.
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ກໍໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດ ອາຣັບບີ ຊາອຸດິ Ibrahim Al- Assaf ເຊັ່ນດຽວກັນ.