ສ້າງ​ບັນດາ​ນະ​ໂຍບາຍ​ກະກຽ​ມ​ໃຫ​້​ແກ່​ການ​ພື້ນຖານ​ເສດຖະກິດ​ພາຍຫຼັງ​ໂລກລະບາດ​ສິ້ນ​ສຸດ​ລົງ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 13 ເມສາ, ສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ, ສັງກັດມະຫາວິທະຍາໄລເສດຖະກິດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ໄດ້ປະກາດບົດລາຍງານເສດຖະກິດມະຫາພາກ ຫວຽດນາມ ໄຕມາດ 1 ປີ 2020.
ສ້າງ​ບັນດາ​ນະ​ໂຍບາຍ​ກະກຽ​ມ​ໃຫ​້​ແກ່​ການ​ພື້ນຖານ​ເສດຖະກິດ​ພາຍຫຼັງ​ໂລກລະບາດ​ສິ້ນ​ສຸດ​ລົງ - ảnh 1

ໂຮງຈັກຜະລິດເບົ້າອັດຮ່າໂນ້ຍຂອງໂຮງງານຢາງປລາດສະຕິກ

(ພາບ: baodautu.vn) 

ສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ ໄດ້ສ້າງແຜນການເສດຖະກິດ 3 ສະບັບ ໂດຍອີງໃສ່ແຜນການກ່ຽວກັບຄວາມອາດສາມາດຄວບຄຸມໂລກລະບາດໂຄວິດ - 19 ຢູ່ພາຍໃນປະເທດ ແລະ ໃນໂລກ. ຕາມນັ້ນແລ້ວ, ເຖິງວ່າຈະຕົກຢູ່ໃນສະພາບການໃດກໍ່ຕາມ, ການຟື້ນຟູຢ່າງສິ້ນເຊີງຂອງຫຼາຍຂະແໜງການຢູ່ຫວຽດນາມ ຄື ການບິນ, ການທ່ອງທ່ຽວ ຫຼື ຕໍາແຜ່ນຕັດຫຍິບ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ແກ່ຍາວຈົນຮອດເມື່ອໂລກສາມາດຄວບຄຸມໂລກລະບາດໄດ້ຢ່າງສິ້ນເຊີງ. ທ່ານປະລິນຍາເອກ ຟ້າມສີ໊ແທ່ງ, ຜູ້ອໍານວຍການໂຄງການຄົ້ນຄວ້າເສດຖະກິດ ຈີນ ສັງກັດສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ, ໃຫ້ຂໍ້ສັງເກດວ່າ:

 “ຂ້າພະເຈົ້າຄິດວ່າ ສະພາບແວດລ້ອມລົງທຶນຂອງພວກເຮົາ ຈະບໍ່ນ້ອຍໜ້າກວ່າປະເທດອື່ນໆ ເພາະວ່າພວກເຮົາມີຄວາມປະທັບໃຈດ້ານລະບອບລະບຽບການ. ກ່ຽວກັບລະບົບສະໜອງສິນຄ້າ, ວິສາຫະກິດຫວຽດນາມ ກໍຕ້ອງເປັນເຈົ້າການຜັນຂະຫຍາຍຍຸດທະສາດໃໝ່”.  


ຕອນເຊົ້າວັນທີ 13 ເມສາ, ສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ, ສັງກັດມະຫາວິທະຍາໄລເສດຖະກິດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ໄດ້ປະກາດບົດລາຍງານເສດຖະກິດມະຫາພາກ ຫວຽດນາມ ໄຕມາດ 1 ປີ 2020.

ຕອບກັບ