ສ້າງຕັ້ງພາທຸລະກິດການາດາ - ອາຊຽນ

Chia sẻ
ວັນ​ທີ 31/8, ລັດຖະມົນຕີ​ການ​ຄ້າ​ສາກົນ ທັງ​ເປັນ​ລັດຖະມົນຕີ​ຜູ້​ຮັບຜິດຊອບບັນຫາອາຊີ - ປາຊີ​ຝິກ ຂອງ​ກາ​ນາ​ດາ ທ່ານ Ed Fast​ ໄດ້​ປະກາດສ້າງ​ຕັ້ງສະພາ​ທຸ​ລະ​ກິດ​ກາ​ນາ​ດາ - ອາ​ຊຽນ (CABC)
ສ້າງຕັ້ງພາທຸລະກິດການາດາ - ອາຊຽນ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 31/8, ລັດຖະມົນຕີ​ການ​ຄ້າ​ສາກົນ ທັງ​ເປັນ​ລັດຖະມົນຕີ​ຜູ້​ຮັບຜິດຊອບບັນຫາອາຊີ - ປາຊີ​ຝິກ ຂອງ​ກາ​ນາ​ດາ ທ່ານ Ed Fast​ ໄດ້​ປະກາດສ້າງ​ຕັ້ງສະພາ​ທຸ​ລະ​ກິດ​ກາ​ນາ​ດາ - ອາ​ຊຽນ (CABC) ດ້ວຍ​ຈຸດ​ສຸມ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ພາກ​ເອກະ​ສົນ​ລະຫວ່າງກາ​ນາ​ດາ ​ແລະ ບັນດາ​ສະມາຊິກ​ອາ​ຊຽນ. ​ໃນ​ພິທີ​ປະກາດ​ສ້າງ​ຕັ້ງ CABC ​ແລະ ປະຕິບັດ​ແຜນການ​​ເຄື່​ອນ​ໄຫວ​ໄລຍະ 2012 – 2015 ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ການ​ພົວພັນ​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ກາ​ນາ​ດາ - ອາ​ຊຽນ, ທ່າ​ນລັດຖະມົນຕີ​ Ed Fast ​ໄດ້​ເນັ້ນ​ໜັກ​ວ່າ ອາ​ຊຽນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຂດ​ເສດຖະກິດ​ມີ​ການ​​ເຕີບ​ໂຕ​ໄວ​ກວ່າ​ໝູ່​ຢູ່​ໃນ​ໂລກ ດ້ວຍ​ຍອດ GDP ຂຶ້ນ​ເຖິງ 2,100 ຕື້ USD. ​ເລື່ອງ​ສ້າງ​ຕັ້ງ CABC ​ແມ່ນບາດ​ກ້າວ​ນວນ​ໃນ​ຄຳ​ໝັ້ນ​ສັນ​ຍາ​ລວມ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ບັນດາ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ກາ​ນາ​ດາ ​ແລ​ະ ອາຊຽນ. ໜ້າ​ທີ່ຂອງ CABC ​ແມ່ນ​ຮັບປະ​ກັນ​ສິດຜົນປະ​​ໂຫຍດຂອງ​ບັນດາ​ຝ່າຍ ຈາກ​ການພົວພັນ​ຕ່າງໆ​ຢ່າງ​ແໜ້ນ​ແຟ້ນກວ່າ ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ ຈະ​ນຳ​ການ​ພົວພັນ​ກາ​ນາ​ດາ - ອາ​ຊຽນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ຜ່ານ​ການ​ສ້າງ​ເວທີ​ປາ​ໄສ​ໜຶ່ງ​​ໃຫ້​ແກ່ໃນ​ບັນດາ​ວິ​ສາ​ຫະກິດ​ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​​ສິ່ງ​ທ້າ​ທາຍ ແລະ ກາລະ​ໂອກາດ.